ທະຫານເມືອງສີໂຄດຕະບອງ ຝືກອົບຮົມການທະຫານໃຫ້ກໍາລັງກອງຫຼອນ

0
813

ກອງບັນຊາການທະຫານ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ເປີດຊຸດຝືກອົບຮົມວຽກງານການເມືອງ-ການທະຫານໄລຍະສັ້ນໃຫ້ກອງຮ້ອຍ-ກອງຫຼອນ ທີ່ຂຶ້ນກັບກຸ່ມສີຖານ,ສີໄຄ ແລະ ກຸ່ມໜອງດ້ວງ ໃນວັນທີ 26 ຕຸລາ ຜ່ານ ມາ,ໂດຍມີ ທ່ານ ວິລະສັກ ນາມມົນຕີ ເຈົ້າເມືອງສີໂຄດຕະບອງ ແລະ ພັທ ຄໍາສິງ ພົນປະເສີດ ຮອງຫົວໜ້າຫ້ອງເລນາ ທິການ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ,ມີຫົວໜ້າ-ຮອງກອງບັນຊາການທະຫານ ເມືອງສີໂຄດຕະບອງ, ພ້ອມດ້ວຍບັນດາຜູ້ຕ່າງໜ້າຈາກ ປກສ ເມືອງ, ປກຊ-ປກສ ກຸ່ມ ແລະ ກໍາລັງກອງຫຼອນເຂົ້າຮ່ວມ.

ພັຕ ກອງແກ້ວ ມິ່ງຈານທອງ ຫົວໜ້າພະແນກເສນາທິການທະຫານ ເມືອງສີໂຄດຕະບອງ ກ່າວວ່າ: ອິງຕາມແຜນການອົບຮົມ-ຫັດແອບຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການຈັດຕັ້ງປະຕິບັດອົບຮົມ-ຫັດແອບ, ປັບປຸງລະບຽບແບບແຜນ, ຝືກຝົນກໍາລັງແຮງກາຍ ປະຈໍາປີ 2020, ອິງຕາມຄໍາສັ່ງຂອງກົມການທະຫານທ້ອງຖິ່ນ ວ່າດ້ວຍການອົບຮົມຫັດແອບສ້າງທ່າສະໜາມລົບປ້ອງກັນບໍລິເວນເມືອງ, ກໍາລັງກອງ ຫຼອນກໍາລັງປ້ອງກັນຕົວ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບປະຈໍາປີ ເພື່ອຍົກສູງຄວາມຮູ້ຄວາມສາມາດໃຫ້ອ້າຍນ້ອງກອງຮ້ອຍກອງຫຼອນ ດ້ານສິລະປະຍຸດ-ຍຸດທະວິທີໃຫ້ມີຄວາມຄ່ອງແຄ້ວ, ສໍານິສໍານານ, ຮັບປະກັນໃນການສູ້ລົບໃນສະເພາະໜ້າ ແລະ ຍາວນານ ໄດ້ຕາມຄາດໝາຍຂອງແຜນການ,ດ້ານຄຸນນະພາບຮັບປະກັນໃຫ້ໄດ້ຄວາມປອດໄພ.

ຊຸດຝືກອົບຮົມໄດ້ດໍາເນີນເປັນເວລາ1 ວັນ,ມີນັກສໍາມະນາກອນ ທັງໝົດ116 ສະຫາຍ ທີ່ມາຈາກກອງຮ້ອຍ6 ກຸ່ມສີຖານ38 ສະຫາຍ,ກອງຮ້ອຍ7 ກຸ່ມສີໄຄ 34 ສະຫາຍ ແລະ ກອງຮ້ອຍ8 ກຸ່ມໜອງດ້ວງ 45 ສະຫາຍ, ເຊິ່ງຈະໄດ້ຮຽນຮູ້ພາກວິຊາການເມືອງ, ລະບຽບ ວິຊາງົດງາມ ,ສິລະປະຍຸດ,ຫັດແອບຍິງປືນ-ກວດທ່າຍິງປືນ ແລະ ພາກຍຸດທະວິທີ.