ໜ່ວຍພັກພະແນກຕຳຫຼວດກວດຄົນເຂົ້າ-ອອກເມືອງ ຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ເປີດບັ້ນດຳເນີນຊິວິດການເມືອງກໍ່ສ້າງກົມກອງແຂງ-ໜ່ວຍພັກປອດໃສ, ໜັກແໜ້ນ ປະຈໍາປີ2020 ໃນວັນທີ 26 ຕຸລາ ຜ່ານມາ, ໂດຍມີ ສະຫາຍ ພັທ ບຸນເສີມ ພົມມະຈັນ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງສັນຕິບານ ປກສ ແຂວງ, ມີບັນດາຄະນະໜ່ວຍພັກ, ຄະນະກຳມະ ການກວດກາ ແລະ ສະມາຊິກພັກສົມບູນສຳຮອງເຂົ້າຮ່ວມ.

ສະຫາຍ ພັທ ແສງເພັດ ວົງຄຳ ເລຂາໜ່ວຍພັກ ຫົວໜ້າພະແນກຕຳຫຼວດກວດຄົນເຂົ້າອອກເມືອງ ໄດ້ຜ່ານບົດລາຍງານການເມືອງ ຂອງໜ່ວຍພັກ ວ່າ: ໄລຍະຜ່ານມາ, ຄະນະໜ່ວຍພັກໄດ້ຖືເອົາວຽກງານສຶກສາອົບຮົມການເມືອງນຳ ພາແນວຄິດໃຫ້ສະມາຊິກພັກ, ພະນັກງານນັກຮົບພາຍໃນກົມກອງ ໃຫ້ມີທັດສະນະຄຸນສົມບັດ ສິນທຳປະຕິວັດ,ມີຄຸນທາດການເມືອງໜັກແໜ້ນ, ເປັນເຈົ້າການໃນການຈັດຕັ້ງເຊື່ອມຊຶມບັນດາມະຕິຄຳສັ່ງ, ຂໍ້ກໍານົດກົດລະບຽບຕ່າງໆຂອງພັກ,ກົດໝາຍຂອງລັດຫັນເອົາແນວທາງນະໂຍບາຍຂອງພັກ ມານຳໃຊ້ໃຫ້ແທດເໝາະກັບໜ້າທີ່ການເມືອງ ແລະ ເງື່ອນໄຂຕົວຈິງເຮັດໃຫ້ສະມາຊິກພັກ,ພະນັກງານ-ນັກຮົບມີຄວາມຈົງຮັກພັກດີຕໍ່ພັກລັດ ແລະ ປະເທດຊາດ,ເຮັດ ສຳເລັດໜ້າທີ່ວຽກງານວິຊາສະເພາະ ຕາມການມອບໝາຍຂອງຂັ້ນເທິງຢ່າງມີປະສິດທິຜົນສູງ.

ບັ້ນດໍາເນີນຊີວິດການເມືອງໃນຄັ້ງນີ້ ຍັງໄດ້ຮັບຟັງການຜ່ານບົດສຳຫຼວດຂອງໜ່ວຍພັກ, ຈັດປະເພດໃຫ້ໜ່ວຍພັກ ແລະ ຜ່ານໃບສຳຫຼວດບຸກຄົນ ພ້ອມທັງປະກອບຄຳຄິດ,ຄຳເຫັນຕຳນິສົ່ງຂ່າວ ກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ຕີລາຄາຄຸນນະພາບໃຫ້ຄະແນນ, ຈັດປະເພດ ເພື່ອຮັບປະກັນໃນການກໍ່ສ້າງໜ່ວຍພັກ, ສະມາຊິກພັກ, ພະນັກງານ-ນັກຮົບໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ພ້ອມກັນຕັດສິນໃຈເຮັດສຳ ເລັດໜ້າທີ່ຕາມການມອບໝາຍຈາກຂັ້ມເທິງ,ຮັບປະກັນຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ,ມີຄຸນສົມບັດສິນທຳປະຕິວັດ,ມີລະບຽບວິໄນເຂັ້ມງວດ,ຊອກໃຫ້ເຫັນວິທີການ,ມາດຕະການແກ້ໄຂໃນຕໍ່ໜ້າ ເພື່ອປະກອບສ່ວນເຮັດໃຫ້ການເຄື່ອນໄຫວກວດກາກົມກອງແຂງ,ໜ່ວຍພັກປອດໃສ,ເຂັ້ມແຂງ, ໜັກແໜ້ນມີປະສິດທິພາບສູງ.