ໃນວັນທີ 21 ຕຸລາ 2020, ພະແນກຕໍາຫຼວດຈະລາຈອນ ປກສ ແຂວງຄຳມ່ວນ ໄດ້ລົງໂຄສະນາກົດລະບຽບການສັນຈອນຕາມທ້ອງ ຖະໜົນໃຫ້ນັກຮຽນໂຮງຮຽນສາມັນກິນ-ນອນຊົນເຜົ່າ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍການນຳພາຂອງ ພັຕ ບຸນເລີດ ພີມມະເສນ ຮອງ ຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ແຂວງຄຳມ່ວນ, ເຂົ້າຮ່ວມມີຮອງຫົວໜ້າອຳນວຍການໂຮງຮຽນ, ພະນັກງານຄູ-ອາຈານ ຕະ ຫຼອດຮອດນ້ອງນັກຮຽນເຂົ້າຮ່ວມ.

ໃນການລົງມາໂຄສະນາຄັ້ງນີ້, ພັຕ ບຸນເລີດ ພິມມະເສນ ຍົກໃຫ້ເຫັນດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ188/ ນຍ, ລົງວັນທີ 3/ ກໍລະກົດ /2007 ວ່າດ້ວຍການປັບໃໝ ແລະ ມາດຕະການຕ່າງໆຕໍ່ຜູ້ລະເມີດລະບຽບກົດໝາຍກ່ຽວກັບການສັນຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ ໂດຍເນັ້ນໃສ່ລະບຽບກົດໝາຍການຂັບຂີ່ລົດຈັກທີ່ນັກຂັບຂີ່ບໍ່ໃສ່ໝວກກັນກະທົບ, ຂັບຂີ່ລົດໃນເວລາມຶນເມົາ, ຂັບຂີ່ລົດໄວເກີນກໍານົດ, ຂັບຂີ່ລົດດ້ວຍຄວາມປະໝາດ, ບໍ່ເຄົາລົບກົດລະບຽບການສັນຈອນ, ການດັດແປງສະພາບເຕັກ ນິກຂອງລົດ ແລະອື່ນໆທີ່ສ້າງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ເຮັດໃຫ້ເກີດອຸປະຕິເຫດຕາມທ້ອງຖະໜົນຫຼວງທີ່ສົ່ງຜົນກະທົບຕໍ່ຊິວິດ ແລະ ຊັບສິນຂອງຜູ້ຂັບຂີ່.

ຈຸດປະສົງໃນການໂຄສະນາຄັ້ງນີ້, ກໍເພື່ອເຮັດໃຫ້ພະນັກງານ, ຄູ-ອາຈານ ແລະ ນັກຮຽນ ພາຍໃນໂຮງຮຽນດັ່ງກ່າວໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍຂອງການເກີດອຸປະຕິເຫດທີ່ສົ່ງຜົນເສຍຫາຍທາງດ້ານສຸຂະພາບ, ຊີວິດ ແລະ ຊັບສິນໃຫ້ຜູ້ຂັບຂີ່, ຜູ້ໃຊ້ລົດໃຊ້ຖະໜົນ ມີສະຕິຕື່ນຕົວເຄົາລົບລະບຽບກົດໝາຍ ເຮັດໃຫ້ການສັນຈອນຕາມທ້ອງຖະໜົນຫຼວງມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມປອດໄພ, ປັດສະຈາກການເກີດອຸປະຕິເຫດບົນທ້ອງຖະໜົນຫຼວງ ເພື່ອຮັບປະກັນໃຫ້ຊັບສິນສ່ວນຕົວ ແລະ ຊັບສິນສ່ວນລວມຂອງຊາດບໍ່ສູນຫາຍ. ສໍາລັບຜູ້ທີ່ລະເມີດຄັ້ງທໍາອິດ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນຈະໄດ້ສຶກສາອົບຮົມກ່າວເຕືອນ, ຫາກລະເມີດ ຄັ້ງທີ 2 ຈະໄດ້ເຮັດບົດບັນທຶກພ້ອມວາງ ມາດຕະການຕໍ່ຜູ້ລະເມີດ, ຖ້າຫາກຍັງຝືນລະເມີດເປັນຄັ້ງທີ 3 ທາງເຈົ້າໜ້າທີ່ຈະໄດ້ປັບໃໝຕາມລະບຽບກົດໝາຍທີ່ໄດ້ກຳນົດໄວ້.
ຈາກນັ້ນ, ກໍໄດ້ຂຶ້ນບັນລະຍາຍໃຫ້ຮູ້ກ່ຽວກັບຄວາມໝາຍຄວາມສຳຄັນຂອງບັນດາປ້າຍເຕືອນ, ປ້າຍຫ້າມຕ່າງໆ ແລະ ບັນຫາການເພີ່ມຂຶ້ນຂອງຍານພາຫະນະທີ່ສົ່ງຜົນກະທົບເຮັດໃຫ້ການສັນຈອນຕາມທ້ອງຖະໜົນຫຼວງມີຄວາມແອອັດ. ພ້ອມກັນນັ້ນ, ຍັງໄດ້ສ້າງກິດຈະກຳການຖາມ-ຕອບກ່ຽວກັບຄວາມຮູ້ພື້ນຖານຂອງການຂັບຂີ່ເພື່ອແກ້ຂໍ້ຄ່ອງໃຈໃນການຂັບຂີ່, ການໃຊ້ລົດໃຊ້ຖະໜົນໃຫ້ຖືກຕ້ອງຕາມລະບຽບການສັນຈອນ.