ໃນວັນທີ 26 ຕຸລາ 2020, ມູນນິທິຮ່ວມໃຈກູ້ໄພ 1630 ຮ່ວມກັບສະມາຄົມຈີນ ນະຄອນຫຼວງວຽງຈັນ ກະກຽມເຄື່ອງຊ່ວຍເຫຼືອເພື່ອໄປແຈກຢາຍໃຫ້ກັບປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ມູນຄ່າ 100 ລ້ານກວ່າກີບ.

ທ່ານ ນາງ ແສງເດືອນ ອ່າງຄໍານາກສະຫວັດ ປະທານສະມາຄົມຈີນ ນະຄອນຫຼວງວຽງຈັນ ກ່າວວ່າ: ເຄື່ອງທີ່ຈະນໍາໄປມອບໃນ ຄັ້ງນີ້ປະກອບມີ: ຖົງບັນເທົາທຸກປະເພດໝີ່, ປາກະປ໋ອງ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈໍານວນ 300 ຊຸດ; ເຄື່ອງນຸ່ງ 200 ຖົງ; ຜ້າຫົ່ມ 300 ຜືນ; ມຸ້ງ 100 ດາງ, ເຂົ້າສານ 200 ຖົງ ໂດຍການສົມທົບທຶນຈາກສະມາຄົມຈີນ ຈໍານວນ 30 ກວ່າລ້ານ, ມູນນິທິຮ່ວມໃຈກູ້ໄພ 1630 ຈໍານວນ 70 ກວ່າລ້ານ, ສິດເກົ່າລຽວໂຕ້ ແລະ ພາກສ່ວນກ່ຽວຂ້ອງ ລວມມູນຄ່າ 100 ລ້ານກວ່າກີບ.

ສໍາລັບການລໍາລຽງເຄື່ອງທີ່ຈະໄປມອບໃນຄັ້ງນີ້ ແມ່ນເລີ່ມຈັດຕັ້ງປະຕິບັດເລີ່ມແຕ່ວັນທີ 27 ຕຸລານີ້ ໂດຍຈະໄດ້ນໍາເອົາເຄື່ອງດັ່ງກ່າວໄປແຈກຢາຍໃຫ້ກັບຜູ້ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ເວົ້າລວມເວົ້າສະເພາະກໍແມ່ນເມືອງເຊໂປນ ແລະ ເມືອງອື່ນໆໃນແຂວງສະຫວັນນະເຂດ, ນອກຈາກຈະເອົາເຄື່ອງໄປມອບແລ້ວ ທາງມູນນິທິຍັງໄດ້ແຕ່ງຕັ້ງແມ່ຄົວ ແລະ ຜູ້ຮັບຜິດຊອບໄປປະຈໍາຢູ່ຈຸດທີ່ໄດ້ຮັບຜົນກະທົບ ເພື່ອແຕ່ງຢູ່ຄົວກິນໃຫ້ກັບພໍ່-ແມ່ປະຊາຊົນນໍາອີກ.