ພະແນກການຕ່າງປະເທດ ແຂວງຫົວພັນ ນຳໂດຍ ທ່ານ ພັນຕາ ທອນວົງ ສາ ຫົວໜ້າພະແນກການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເດີນທາງມາແລກປ່ຽນບົດຮຽນກັບພະແນກການຕ່າງປະເທດແຂວງຊຽງຂວາງ; ໃຫ້ກຽດຕ້ອນຮັບ ໂດຍ ທ່ານ ສີວອນ ອ່ອນລາວົງ ຫົວ ໜ້າພະແນກການຕ່າງປະເທດ ແຂວງ ຊຽງຂວາງ ພ້ອມດ້ວຍຄະນະ ໃນວັນທີ 24 ຕຸລາ 2020 ຢູ່ທີ່ເດີ່ນບານອາລີວັນ ບ້ານຍວນ ເມືອງແປກ ແຂວງຊຽງຂວາງ.

ພິທີແລກປ່ຽນບົດຮຽນທ່ານຫົວ ໜ້າພະແນກການຕ່າງປະເທດ ແຂວງຊຽງຂວາງ ແລະ ແຂວງຫົວພັນ ໄດ້ພັດປ່ຽນກັນລາຍງານການເຄື່ອນໄຫວວຽກ ງານການຊີ້ນຳ-ນຳພາ ຈັດຕັ້ງປະຕິບັດວຽກ ງານໄລຍະຜ່ານມາ ເຊິ່ງມີຫຼາຍວຽກງານ ສຳເລັດຜົນ ແລະ ພົ້ນເດັ່ນເປັນຕົ້ນແມ່ນ: ວຽກງານປັກຫຼັກໝາຍຊາຍເດນ, ຄຸ້ມ ຄອງຄົນຕ່າງປະເທດ, ວຽກງານການ ຮ່ວມມືກັບປະເທດທີ່ໃກ້ຄຽງ; ຄຽງຄູ່ກັນນັ້ນ, ກໍຍັງມີບາງໜ້າວຽກທີ່ຫຍຸ້ງຍາກ ເຊັ່ນ: ສະຖານທີ່ເຮັດວຽກບໍ່ພຽງພໍຄັບ ແຄບ, ພາຫະນະຮັບໃຊ້ຍັງຂາດເຂີນ, ການປະສານວຽກງານກັບພາກສ່ວນທີ່ ກ່ຽວຂ້ອງ ແລະ ການຈາລະຈອນເອກະ ສານຍັງຊັກຊ້າ ຫຼາຍຂັ້ນຕອນ, ການຄຸ້ມຄອງອົງການທີ່ບໍ່ສັງກັດລັດຖະບານ, ງົບ ປະມານບໍ່ພຽງພໍ, ບຸກຄະລາກອນຍັງບໍ່ ທັນຕອບສະໜອງໄດ້ຕາມຄວາມຕ້ອງ ການໃນໄລຍະໃໝ່.

ພິທີແລກປ່ຽນບົດຮຽນດັ່ງກ່າວ, ພະນັກງານທັງ 2 ພະແນກກໍໄດ້ຖາມ-ຕອບແລກປ່ຽນບົດຮຽນເຊິ່ງກັນແລະກັນ, ຈາກນັ້ນ, ໄດ້ມອບຂອງທີ່ລະນຶກ, ຈັດກິດຈະກຳຫຼິ້ນກິລາ ເພື່ອຫັດແໜ້ນ ຄວາມສາມັກຄີ ໃຫ້ແໜ້ນແຟ້ນຊ່ວຍ ເຫຼືອເຊິ່ງກັນແລະກັນ, ພ້ອມກັນຈັດຕັ້ງປະຕິບັດວຽກງານທີ່ພັກ-ລັດ ມອບໝາຍ ໃຫ້ສຳເລັດ.