ຝຶກວິທີສະກັດກັ້ນອັກຄີໄພໃຫ້ສະຖາບັນຄົ້ນຄວ້າໂຍທາທິການ ແລະ ຂົນສົ່ງ

0
1323

ວັນທີ 28 ຕຸລາ ນີ້, ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍທີມງານ ລົງຝຶກອົບຮົມວິທີມອດໄຟໃຫ້ສະຖາບັນຄົ້ນຄວ້າໂຍທາທິການ ແລະ ຂົນສົ່ງ ກະຊວງ ຍທຂ, ນໍາໂດຍ ພັທ ຄໍາເພັດ ດາລາວົງ ຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນວ, ມີ ທ່ານ ນາງ ພອນສະຫວັນ ແພງສີດາ ຫົວໜ້າສະຖາບັນ ພ້ອມດ້ວຍຫົວໜ້າ-ຮອງຫ້ອງການ, ກົມກອງ ແລະ ພະນັກງານເຂົ້າຮ່ວມ.

ພັຕ ບຸນມີ ແສງອາລຸນ ຮອງຫົວໜ້າໂຄສະນາອົບຮົມ ກ່າວວ່າ: ການເກີດອັກຄີໄພ ແມ່ນເກີດຂຶ້ນຢ່າງຫຼວງຫຼາຍໃນຂອບເຂດທົ່ວປະເທດ ບໍ່ວ່າຈະເກີດມາຈາກສາເຫດມະນຸດສ້າງຂຶ້ນ ຫຼື ເກີດໂດຍທໍາມະຊາດ ເຊິ່ງບັນຫາດັ່ງກ່າວ ໄດ້ສົ່ງຜົນໃຫ້ສະທົບຢ່າງໜັກໜ່ວງທັງດ້ານຊັບສິນ ແລະ ຊີວິດສ່ວນລວມໝູ່ ແລະ ສ່ວນຕົວ.ທັງນີ້, ກໍຍ້ອນຄວາມປະໝາດຂາດສະຕິ-ເລີນເລີຂອງຜູ້ຊົມໃຊ້ເຄື່ອງໄຟຟ້າ ເພື່ອອໍານວຍຄວາມສະ ດວກຕ່າງໆເຂົ້າໃນຊີວິດປະຈໍາວັນ ໂດຍສະເພາະການນໍາໃຊ້ຖັງແກ໊ດ.

ກ່ອງເຕີໄຟເກົ່າ ບໍ່ມີການປ່ຽນຖ່າຍ,ການໃຊ້ໝໍ້ກະທະ,ການຈູດທູບທຽນ ແລະ ຈູດຂີ້ເຫຍື້ອຊະຊາຍ ແລ້ວບໍ່ດັບ-ມອດ ເຮັດໃຫ້ສ່ຽງທີ່ຈະເກີດໄຟລຸກລາມໄໝ້ເຮືອນໄດ້.ນອກຈາກນີ້,ຍັງໄດ້ແນະນໍາວິທີການນໍາໃຊ້ຖັງແກ໊ດ ແລະ ການໃຊ້ບັ້ງມອດໄຟ ເຂົ້າໃນເວລາເກີດເຫດຕົວຈິງ ເພື່ອຢັບຢັ້ງແປວໄຟທີ່ກໍາລັງໄໝ້ໄດ້ທັນກັບສະພາບການ ກ່ອນລໍຖ້າເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຊ່ວຍເຫຼືອດັບໄຟ.

ໃນຕອນທ້າຍ, ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ຍັງໄດ້ມອບໃບຢັ້ງຢືນພາຍຫຼັງທີ່ສໍາເລັດການຝຶກອົບຮົມ ໂດຍຕາງໜ້າຮັບຂອງທ່ານ ນາງ ພອນສະຫວັນ ແພງສີດາ.