ສຳມະນາວິທະຍາສາດລະດົມແນວຄິດ ປັບປຸງປະຫວັດ 60 ປີ ກຳລັງປ້ອງກັນຄວາມສະຫງົບ

0
1068

ວັນທີ 28 ຕຸລາ 2020, ກະຊວງ ປກສ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດລະດົມແນວຄິດ ປັບປຸງປະຫວັດ 60 ປີ ຂອງກຳລັງປ້ອງກັນຄວາມສະຫົງບ,ເປັນປະທານໂດຍ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ,ມີຮອງປະທານວິທະຍາສາດ ກະຊວງ ປກສ ,ຄະນະ ພັກ-ຄະນະບັນຊາ, ຫົວໜ້າກົມໃຫຍ່,ພ້ອມດ້ວຍຫ້ອງວ່າການ,ກອງກົມ,ວິທະຍາຄານ ແລະ ນັກວິທະຍາສາດເຂົ້າຮ່ວມ.

ພົຕ ກົງທອງ ພົງວິຈິດ ກ່າວວ່າ: ກອງປະຊຸມສຳມະນາວິທະຍາສາດລະດົມແນວຄິດຄັ້ງນີ້ ເພື່ອປັບປຸງປະຫວັດມູນເຊື້ອ 50 ປີ ມາເປັນປະຫວັດ ສາດ 60 ປີ ຂອງກຳລັງປ້ອງກັນຄວາມສະຫງົບ,ໃນໄລຍະ 60 ປີ ກຳລັງປ້ອງກັນຄວາມສະຫົງບ ໄດ້ສະສົມບົດຮຽນອັນປະເສີດ ແລະມີມູນຄ່າຢ່າງຫຼວງຫຼາຍໄວ້ໃຫ້ພວກເຮົາເພື່ອສຶກສາຮຽນຮູ້, ຄົ້ນຄວ້າ ແລະ ນຳໃຊ້ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ການບຳລຸງ ແລະ ກໍ່ສ້າງກຳລັງປ້ອງ ກັນຄວາມສະຫງົບປະຊາຊົນໃຫ້ເປັນກຳລັງທີ່ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ.

 ມີແບບ ແຜນວິທີເຮັດວຽກທີ່ມີວິທະຍາສາດເຮັດສຳເລັດໜ້າທີ່ໃນການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ,ຄວາມສະຫົງບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.ພ້ອມນີ້, ຍັງເປັນການກະ ກຽມຂະບວນການຕ່າງໆ ໃຫ້ແກ່ການສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນຄົບ ຮອບ 60 ປີ ທີ່ຈະມາເຖິງນີ້ໃຫ້ມີເນື້ອໃນ ແລະ ຂະບວນການຟົດຟື້ນ.

ໃນກອງປະຊຸມ,ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດຄຳເຫັນດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ປະຫວັດສາດ 60 ປີ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນມີເນື້ອໃນອຸດົມສົມບູນ,ຖືກຕ້ອງ, ພ້ອມຈັດພິມເປັນປື້ມ ແລະຈັດຕັ້ງເຜີຍແຜ່ໃຫ້ທົ່ວກຳລັງປ້ອງກັນຄວາມສະຫງົບ ແລະ ທົ່ວສັງຄົມໄດ້ຮັບຮູ້ເຂົ້າ ໃຈຢ່າງເລິກເຊີ່ງ.