ສອງພາກສ່ວນ ເຊື່ອມຊຶມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກະຊວງ ປກສ

0
1280

ໃນລະຫວ່າງວັນທີ 27- 28 ຕຸລາ 2020, ກົມໃຫຍ່ພະລາທິການ  ແລະ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຕັ້ງເຊື່ອມຊຶມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ເຜີຍແຜ່ແຕ່ລະພາກສ່ວນໂດຍ ພົຈວ ໜູດີ ມີໄຊຍະລາດ ຄະນະປະຈໍາພັກກະຊວງ ເລຂາຄະນະພັກ ຫົວໜ້າກົມໃຫຍ່ພະລາທິການ; ພົຈວ ຈັນສະແຫວງ ທິບຄູນທອງ ຄະນະປະຈໍາພັກກະຊວງ ເລຂາຄະນະພັກ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ມີບັນດາຄະນະພັກຮາກຖານ, ໜ່ວຍພັກຮາກຖານ ແລະ ພະນັກງານນໍາພາ-ບັນຊາຂັ້ນພະແນກແຕ່ລະພາກສ່ວນເຂົ້າຮ່ວມ.

ແຕ່ລະພາກສ່ວນ ໃຫ້ຮູ້ວ່າ:  ກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງ ຂອງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບສະ ໄໝທີ IV ໂດຍສະຫາຍ ພົທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໂດຍຍົກໃຫ້ເຫັນໄລຍະ 5 ປີ ຜ່ານມາ,ໄດ້ຕັ້ງໜ້າຫັນເອົາກໍາລັງລົງກໍ່ສ້າງຮາກຖານຕາມ 4 ຄາດໝາຍ 4 ເນື້ອໃນ, ຕາມທິດ 3 ສ້າງ ຢ່າງແຂງແຮງ ແລະ ມີຈຸດສຸມໃນແຕ່ລະແຂວງ ກໍຄື ນະຄອນຫຼວງວຽງຈັນ.ໃນນັ້ນ ກໍາລັງຂອງກະຊວງໄດ້ສຸມໃສ່ 7 ແຂວງ ຄື:​ ບໍ່ແກ້ວ ຫຼວງນໍ້າທາ, ຫົວພັນ, ໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ນະຄອນຫຼວງວຽງຈັນ.

ຕໍ່ມາຜູ້ແທນກອງປະຊຸມ, ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບຊຸດໃໝ່, ເຊີ່ງມີຜູ້ສະໝັກຮັບເລືອກຕັ້ງ 31 ສະຫາຍ ແລະ ເລືອກໄດ້ 27 ສະຫາຍ ໄດ້ເປັນເອກະພາບຢ່າງສົມບູນປ່ອນບັດຄັດເລືອກເອົາ ຄະນະປະຈໍາພັກກະຊວງ 9 ສະຫາຍ, ຄັດເລືອກເອົາເລຂາ ຮອງເລຂາ 3 ສະຫາຍ, ຄັັດເລືອກເອົາປະທານ ແລະ ຮອງປະທານກວດກາພັກ 4 ສະຫາຍ,  ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ-ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ຜູ້ແທນສົມບູນ 15 ສະຫາຍ,ຜູ້ແທນສໍາຮອງ 3 ສະຫາຍພ້ອມກັນນັ້ນ ກອງປະຊຸມໄດ້ເລັ່ງທວງໃຫ້ຄະນະໃຫ້ຄະນະບໍລິຫານງານພັກກະຊວງສະໄໝທີ V ອອກ ແຮງເສີມຂະຫຍາຍດ້ານດີຕັ້ງໜ້າ, ໄປຄຽງຄູ່ກັບການຄົ້ນຄວ້າມາດຕະການອັນຈໍາເປັນຢ່າງເໝາະສົມ ເພື່ອແກ້ໄຂຂໍ້ຈໍາກັດ, ຈຸດບົກຜ່ອງ ແລະ ຂໍ້ຄົງຄ້າງ ທີ່ຜ່ານມາຢ່າງຈີງຈັງ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າຢ່າງຈະແຈ້ງ,ເຊີດຊູຄວາມໜັກແໜ້ນ,ເຂັ້ມແຂງ,ຄວາມເປັນແບບຢ່າງນໍາພາຂອງ ຄະນະພັກ-ຄະນະນໍາແຕ່ລະຂັ້ນໃຫ້ສູງຂຶ້ນ.

ສັງລວມແລ້ວ ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ສຸດທີ່ມີຄວາມໝາຍສໍາຄັນຢ່າງຍິ່ງ, ແມ່ນຂີດໝາຍແຫ່ງການເຕີບໂຕເຂັ້ມແຂງຂອງພັກ ຢູ່ໃນກໍາລັງປ້ອງກັນຄວາມສະຫງົບ ເພາະວ່າໄດ້ກໍານົດທິດທາງຄາດໝາຍສູ້ຊົນແລະໜ້າທີ່ວຽກ ງານຕົ້ນຕໍ ເພື່ອນໍາພາກໍາລັງປ້ອງກັນຄວາມສະຫງົບ ກ້າວຂຶ້ນດ້ວຍບາດກ້າວອັນໜັກແໜ້ນ, ພ້ອມກັນຍົກສູງສະຕິຄວາມຮັບຜິດຊອບການເມືອງຂອງຕົນຕໍ່ພັກ, ຕໍ່ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໃຕ້ການນໍາພາເດັດຂາດ, ໂດຍກົງ ແລະ ຮອບດ້ານຂອງພັກດ້ວຍການເສີມຂະຫຍາຍສິດປະຊາທິປະໄຕ, ສຸມທຸກສະຕິປັນຍາ, ເຫື່ອແຮງຂອງຕົນ ເຂົ້າໃນການຄົ້ນຄວ້າຕົກລົງຮັບຮອງເປັນເອກະພາບ ບັນຫາທີ່ສໍາຄັນຕ່າງໆຂອງກອງປະຊຸມໃຫຍ່ ໃຫ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍທີ່ກໍານົດໄວ້.