ກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ຈັດຕັ້ງເຊື່ອມຊຶມຜົນສຳເລັດການດຳເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງ ປກສ ໃນອາທິດທີ່ຜ່ານມາ; ເຜີຍແຜ່ໂດຍ ສະຫາຍ ພົຈວ ໜູດີ ມີໄຊຍະລາດ ຄະນະປະຈຳພັກກະຊວງ ຫົວໜ້າກົມໃຫຍ່ພະລາທິການ ກະຊວງ ປກສ, ມີຄະນະ ພັກ-ຄະນະກອງບັນຊາການ ປກສ ແຂວງ, ຄະນະຫ້ອງ, ຫົວໜ້າ-ຮອງຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ, ປກສ ເມືອງ, ສະມາຊິກພັກ ເຂົ້າຮ່ວມ.

ໃນພີທີ ສະຫາຍ ພົຈວ ໜູດີ ມີໄຊຍະລາດ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງ ປກສ ແມ່ນມີຄວາມໝາຍ-ຄວາມສຳຄັນ, ເປັນຂີດໝາຍແຫ່ງການເຕີບໃຫຍ່ເຂັ້ມແຂງຂອງພັກໃນກຳລັງ ປກສ ເພາະວ່າໄດ້ກຳນົດທິດທາງ, ຄາດໝາຍສູ້ຊົນ ແລະ ໜ້າທີ່ວຽກງານຕົ້ນຕໍ ເພື່ອນຳພາກຳລັງ ປກສ ກ້າວຂຶ້ນດ້ວຍບາດກ້າວອັນໜັກແໜ້ນ; ບັນດາຜູ້ແທນໄດ້ພ້ອມກັນຍົກສູງສະຕິຄວາມຮັບຜິດ ຊອບທາງດ້ານການເມືອງຂອງຕົນຕໍ່ພັກ, ຕໍ່ກຳລັງ ປກສ ປະຊາຊົນ ພາຍໃຕ້ການນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານຂອງພັກ ດ້ວຍການເສີມຂະຫຍາຍ ປະຊາທິປະໄຕ, ສຸມທຸກສະຕິປັນຍາ, ເຫື່ອແຮງຂອງຕົນເຂົ້າໃນການຄົ້ນຄວ້າຕົກລົງຮັບຮອງເປັນເອກະພາບບັນຫາສຳຄັນ ຕ່າງໆຂອງກອງປະຊຸມໃຫຍ່ ໃຫ້ບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ກຳນົດໄວ້; ນອກນັ້ນ, ກອງປະຊຸມຍັງໄດ້ມີການໃຊ້ສິດປະຊາທິປະໄຕໃນການປ່ອນບັດຄັດເລືອກເອົາ ເລຂາ-ຮອງເລຂາ, ຄະນະປະຈໍາພັກ, ປະທານກວດກາ ກໍຄືຄະນະບໍລິຫານງານພັກກະຊວງ ປກສ ສະໄໝທີ V.

ໄປຄຽງຄູ່ກັບການເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມດັ່ງກ່າວແລ້ວ, ພົຈວ ໜູດີ ມີໄຊຍະລາດ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ປກສ ແຂວງ ຈົ່ງນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຄັ້ງນີ້ ໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ໃຫ້ສອດຄ່ອງກັບໜ້າທີວິຊາສະເພາະ ໃນການຄົ້ນຄວ້າປັບປຸງໃຫ້ເປັນຮູບປະທຳຫຼາຍຂຶ້ນ; ໂດຍສະເພາະແມ່ນການນຳພາກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂຶ້ນເທື່ອລະກ້າວ ຕິດພັນກັບການເພີ່ມທະວີສຶກສາອົບຮົມການເມືອງ- ແນວຄິດ ເຮັດໃຫ້ນາຍ ແລະ ພົນຕຳຫຼວດ ຢືດໝັ້ນໃນອຸດົມການສັງຄົມນິຍົມ, ມີຫຼັກໝັ້ນຊົນຊັ້ນຢ່າງໜັກແໜ້ນ, ມີຄວາມ ຈົ່ງຮັກພັກດີຕໍ່ພັກ, ຕໍ່ການປະຕິວັດ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ; ສືບຕໍ່ ເພີ່ມທະວີການຊີ້ນຳ-ນຳພາວຽກງານວິ ຊາສະເພາະທົ່ວປວງຊົນຮອບດ້ານ ໃນເງື່ອນໄຂສະພາບການໃໝ່ໃຫ້ເລິກເຊິ່ງ, ເຖິງຖອງ, ກວ້າງຂວາງ ແລະ ເຂັ້ມງວດ ຂຶ້ນກວ່າເກົ່າ.