ວັນທີ 19 ຕຸລາ 2020, ກອງບັນຊາການ ປກສ ແຂວງຫຼວງນຳ້ທາ ໄດ້ມີພິທີປະກາດການຈັດຕັ້ງ; ເປັນປະທານໂດຍ ພົຈວ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນຳ້ທາ, ມີຫົວໜ້າ-ຄະນະຫ້ອງ, ກອງ, ຄ້າຍ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພັທ ພູນເພັດ ເຫຼົ່າອິນ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍຕົກລົງຂອງລັດຖະມົນຕີປ້ອງກັນຄວາມສະຫງົບ ສະບັບເລກທີ 2055 ແລະ 2057/ປກສ ວ່າດ້ວຍການໂຍກຍ້າຍບ່ອນປະຈຳການແຕ່ງຕັ້ງດ້ານຕຳແໜ່ງງານໃຫ້ນາຍຕຳຫຼວດ ປກສ ແຂວງຫຼວງນຳ້ທາ; ໃນນັ້ນ, ໂຍກຍ້າຍ ພັທ ສົມສັກ ສີປະເສີດ ຈາກຫົວໜ້າຫ້ອງການ ໄປເປັນຫົວໜ້າກອງພັນປ້ອງກັນເຄື່ອນທີ່; ພັທ ອຸ່ນເຮືອນ ຮັກວັນນະວົງ ຫົວໜ້າຫ້ອງການເມືອງ ໄປເປັນຫົວໜ້າຫ້ອງພະລາທິການ; ພັທ ຫອມ ວິພົນພູໄທ ຫົວໜ້າກອງພັນປ້ອງກັນເຄື່ອນທີ ໄປເປັນຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ; ພັທ ລຳເງິນ ຟອງມະນີ ຈາກຮອງຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄປເປັນຮອງຫົວໜ້າຫ້ອງການ; ພັທ ນາງ ນຸດນາລີ ສຸວັນນາວີ ຫົວໜ້າຫ້ອງພະລາທິການ ໄປເປັນຮອງຫົວໜ້າຫ້ອງການເມືອງ; ພັທ ສັນຕິ ໄຊເມືອງນາມ ຮອງຫົວໜ້າກອງບັນຊາການ ປກສ ເມືອງລອງ ໄປເປັນຫົວໜ້າຫ້ອງການ ປກຊ-ປກສ ແຂວງ; ພັຕ ແສງທອງ ອິນທະປັນຍາ ຈາກຮອງຫົວໜ້າຫ້ອງການ ປກຊ-ປກສ ໄປເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງລອງ ແລະ ແຕ່ງຕັ້ງ ພັທ ສິວອນ ອິນດາວົງ ຈາກຮອງ ຫົວໜ້າຫ້ອງກອງບັນຊາການ ຂຶ້ນເປັນຫົວໜ້າຫ້ອງການ.

ພັທ ບຸນຮັກ ເຍີມມະລີ ຮອງຫົວໜ້າຫ້ອງການເມືອງ ຂຶ້ນເປັນຫົວໜ້າຫ້ອງການເມືອງ; ພັທ ອຳໄພ ສໍສະຫວັນແສງ ຮັກສາການຫົວໜ້າຫ້ອງຫ້ອງຕໍາຫຼວດ ຂຶ້ນເປັນຫົວໜ້າຫ້ອງຕໍາຫຼວດ; ພັທ ແສງທອງ ເອືອຍມະນີຮັກ ຫົວໜ້າພະແນກສືບສວນ-ສອບສວນ ຂຶ້ນເປັນຮອງຫົວໜ້າຫ້ອງຕໍາຫຼວດ; ພັທ ນາງ ຄຳຫຼ້າ ຈິດຕະວົງ ຫົວໜ້າພະແນກຈັດຕັ້ງ ເປັນຮອງຫົວໜ້າຫ້ອງການເມືອງ ແລະ ພັຕ ວັນຂິນ ມ່ວນທະວີ ຫົວໜ້າພະແນກການເງິນ ຂຶ້ນເປັນຮອງຫົວໜ້າຫ້ອງພະລາທິການ.

ຈາກນັ້ນ, ກໍໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ວ່າດ້ວຍການອະນຸມັດໃຫ້ນາຍຕຳຫຼວດອອກພັກການຮັບອູດໜູນບຳນານຈຳນວນ 18 ທ່ານ; ເຊິ່ງມີຮອງຫົວໜ້າກອງບັນຊາການ ປກສ ແຂວງ, ຫົວໜ້າຫ້ອງພະລາທິການ; ຮອງຫົວໜ້າກອງບັນຊາການ ປກສ ເມືອງສິງ; ຮອງຫົວໜ້າຫ້ອງການ ປກສ ເມືອງຫຼວງນຳ້ທາ; ຮອງຫົວໜ້າ ປກສ ກຸ່ມບ້ານ; ຮອງຫົວໜ້າກອງຮ້ອຍປ້ອງກັນທີຕັ້ງ, ຫົວໜ້າພະແນກ ການເມືອງ, ນອກນັ້ນ ຍັງມີຫົວໜ້າກອງຮ້ອຍ-ຮອງຫົວໜ້າພະແນກຊຸກຍູ້ການຜະລິດ ແລະ ພະນັກງານວິຊາການ.