ການພົບປະແລກປ່ຽນບົດຮຽນວຽກງານວິຊາສະເພາະ ລະຫວ່າງ ຄະນະບໍລິຫານງານກຳມະບານ ກະຊວງປ້ອງກັນຄວາມສະຫງົບ ແລະ ຫ້ອງການກຳມະບານ ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2020, ນຳພາໂດຍ ພັອ ວັນນະເລດ ບຸດຕະວົງ ຫົວໜ້າຫ້ອງກຳມະບານ ກະຊວງປ້ອງກັນຄວາມສະຫງົບ ແລະ ພັອ ບົວຄຳ ຄຸນມີສຸກ ຫົວໜ້າຫ້ອງການກຳມະບານ ກະຊວງປ້ອງກັນປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ພັອ ວັນນະເລດ ບຸດຕະວົງ ຫົວໜ້າຫ້ອງກຳມະບານ ກະຊວງປ້ອງກັນຄວາມສະຫງົບ – ພັອ ບົວຄຳ ຄຸນມີສຸກ ຫົວໜ້າຫ້ອງການກຳມະບານ ກະຊວງປ້ອງກັນປະເທດ

ການພົບປະຄັ້ງນີ້, ຫ້ອງການກຳມະບານ ກະຊວງປ້ອງກັນປະເທດ ໄດ້ລາຍງານການເຄື່ອນໄຫວວຽກງານໂຄສະນາ-ອົບຮົມຂະບວນການ, ການຈັດຕັ້ງ ແລະ ແຜນການສັງລວມ, ວຽກງານປົກປ້ອງ-ກວດການກຳມະບານ ກອງທັບ ພ້ອມທັງມີການສົນທະນາແລກປ່ຽນທັງສອງຝ່າຍ ໃຫ້ມີເນື້ອໃນຮັດກຸມ, ຄົບຖ້ວນ, ສາມາດນຳເອົາບົດຮຽນດັ່ງກ່າວ ໄປນຳໃຊ້ໃນວຽກງານວິຊາສະເພາະກຳມະບານ ກະຊວງ ປກສ ໃຫ້ເກີດຜົນປະໂຫຍດສູງສຸດ.

ໃນໂອກາດນີ້, ພັອ ວັນນະເລດ ບຸດຕະວົງ ໄດ້ກ່າວວ່າ: ການແລກປ່ຽນບົດຮຽນກັບ ກຳມະບານ ກະຊວງປ້ອງກັນປະເທດ ຄັ້ງນີ້ ແມ່ນມີຄວາມໝາຍ-ຄວາມສຳຄັນໃນການສະຫຼຸບຖອດຖອນບົດຮຽນ ໃນລະບົບການຈັດຕັ້ງກຳມະບານ, ເຊິ່ງທາງດ້ານກຳມະບານ ກອງທັບ ແມ່ນມີຄວາມເຂັ້ມແຂງ ແລະ ໜັກແໜ້ນໃນດ້ານວຽກງານວິຊາເພາະ. ສະນັ້ນ, ບົດຮຽນຄັ້ງນີ້ ກຳມະບານ ກະຊວງ ປກສ ຈະນຳເອົາໄປປັບປຸງແບບແຜນວິທີເຮັດວຽກຂອງກຳມະບານແຕ່ລະຂັ້ນ ໃຫ້ມີປະສິດທິຜົນຢ່າງຖືກຕ້ອງ ແລະ ມີຫົວຄິດປະດິດສ້າງ ເພື່ອໝູນໃຊ້ເຂົ້າໃນວຽກງານຕົວຈິງ.