ໃນໂອກາດທີ່ ພັອ ໄພວັນ ສິດທິຈັນ ຫົວໜ້າອົງການຜູ້ຕາງໜ້າ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ເຂົ້າຮ່ວມ ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານການສຶກສາ ໃນສົກຮຽນປີ 2019-2020, ວາງທິດທາງແຜນການໃນຕໍ່ໜ້າ ແລະ ປະກາດການຈັດຕັ້ງ ຄະນະຮັບຜິດຊອບນັກສຶກສາຊຸດໃໝ່ ຂອງນັກສຶກສາກຳລັງ ປ້ອງກັນຄວາມສະຫງົບ ສປປ ລາວ ຢູ່ມະຫາວິທະຍາໄລສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງຕຳຫຼວດ ສສ ຫວຽດນາມ, ທ່ານໄດ້ເນັ້ນໜັກໃຫ້ນັກສຶກສາກຳລັງ ປກສ ລາວ ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີໃຫ້ແໜ້ນແຟ້ນ, ເພີ່ມທະວີໃນການສຶກສາຮໍ່າຮຽນ ເພື່ອພ້ອມກັນນຳເອົາບົດຮຽນກັບມາພັດທະນາວຽກງານວິຊາສະເພາະ ກຳລັງ ປກສ ລາວ ໃຫ້ກ້າວໜ້າ ແລະ ທັນສະໄໝ.

ໃນກອງປະຊຸມ, ຮອ ສົມຊາຍ ມິ່ງນະຄອນ ຫົວໜ້າຄະນະນັກສຶກສາ ກຳລັງ ປກສ ລາວ ມະຫາວິທະຍາໄລສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານການສຶກສາ ໃນສົກຮຽນປີ 2019-2020 ແລະ ວາງທິດທາງແຜນການໃນຕໍ່ໜ້າ ໂດຍໃນສົກຮຽນນີ້ ມີນັກສຶກສາກຳລັງ ປກສ ລາວ ຈົບລະດັບປະລິນຍາຕີ ຈາກມະຫາວິທະຍາໄລສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງຕຳຫຼວດ ສສ ຫວຽດນາມ ຈຳນວນ 15 ສະຫາຍ; ນອກນັ້ນ, ໃນກອງປະຊຸມ ພັທ ສັກດາ ໄຊຍະສົງຄາມ ຮອງຫົວໜ້າອົງການຜູ້ຕາງໜ້າ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກົມໃຫຍການເມືອງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ສະບັບເລກທີ 1442/ກມປສ ລົງວັນທີ 21 ເມສາ 2020 ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜີດຊອບນັກສຶກສາຊຸດໃໝ່.

ພັອ ໄພວັນ ສິດທິຈັນ ໄດ້ເໜັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນ ຄະນະຮັບຜີດຊອບນັກສຶກສາຊຸດໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃຫ້ສູງຂຶ້ນກວ່າເກົ່າ, ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີຢ່າງໜັກແໜ້ນ, ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີວິທະຍາສາດ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດ, ຄຸນສົມບັດສິນທຳປະຕິວັດ ແລະ ຍົກສູງຄຸນນະພາບໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຊຸກຍູ້ນັກສຶກສາກຳລັງ ປກສ ລາວ ທຸກຮຸ້ນທີ່ກຳລັງສຶກສາຢູ່ມະຫາວິທະຍາໄລແຫ່ງນີ້.

ເຊິ່ງບໍ່ພຽງເທົ່ານີ້, ຄະນະຮັບຜິດຊອບ ຕ້ອງສິດສອນບັນດານັກສຶກສາ ໃຫ້ມີຄວາມບຸກບືນຫ້າວຫັນ, ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ ແລະ ຝຶກຝົນຫຼໍ່ຕົນເອງ, ຍາດແຍ້ງເອົາຄວາມຮູ້ຈາກຄູ-ອາຈານ ເພື່ອພ້ອມກັນນຳເອົາບົດຮຽນກັບມາພັດທະນາວຽກງານວິຊາສະເພາະ ກຳລັງ ປກສ ລາວ ໃຫ້ກ້າວໜ້າ ແລະ ທັນສະໄໝຂຶ້ນເລື້ອຍໆ, ເອົາໃຈໃສ່ປະຕິບັດຂໍ້ກໍານົດກົດລະບຽບຂອງໂຮງຮຽນ ກໍຄື ກົດລະບຽບຂອງກຳລັງປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນ ປະຕິບັດບັນດາຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດຂອງ ກະຊວງປ້ອງກັນຄວາມສະຫງົບ ລາວ ວາງອອກຢ່າງເຂັ້ມງວດ.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 29 ຕຸລາ 2020 ໂດຍມີ ພັອ ປອ ເລ ກວາງ ຮາຍ ຮອງອຳນວຍການ ມະຫາວິທະຍາໄລສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງຕຳຫຼວດ ສສ ຫວຽດນາມ ແລະ ບັນດາຫົວໜ້າຂະແໜງການວິຊາສະເພາະ ຕະຫຼອດຮອດນັກສຶກສາ ກຳລັງ ປກສ ລາວ ເຂົ້າຮ່ວມ.