ປະກາດແຕ່ງຕັ້ງປະທານຄະນະກຳມະການ ປກຊ-ປກສ ແຂວງສາລະວັນ

0
1083

ວັນທີ 28 ຕຸລາ ຜ່ານມາ,ແຂວງສາລະວັນ ຈັດພິທີປະກາດການແຕ່ງຕັ້ງປະທານຄະນະກຳມະການ ປກຊ-ປກສ ແຂວງ,ໂດຍມີ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ, ມີທ່ານ ໂພໄຊ ໄຊຍະສອນ ຮັກສາການເຈົ້າແຂວງສາລະວັນ,ພ້ອມດ້ວຍຄະນະກຳມະການ ປກຊ-ປກສແຂວງ ແລະ ບັນດາພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

ໃນພິທີ, ພົຕ ສະຫວ່າງໄຊ ສິນນະວົງ ຫົວໜ້າຫ້ອງການຄະນະກຳມະການປກຊ-ປກສ ສູນກາງ ໄດ້ຜ່ານມະຕິຕົກ ລົງຂອງຄະນະເລຂາທິການສູນກາງພັກ ເລກທີ161/ຄລສພ,ລົງວັນທີ29 ກັນຍາ 2020 ວ່າດ້ວຍການແຕ່ງຕັ້ງປະທານ-ຄະນະກຳມະການປກຊ-ປກສ ແຂວງສາລະວັນ. ໃນນີ້,ໄດ້ຕົກລົງແຕ່ງຕັ້ງ ທ່ານ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ຮັກສາການເຈົ້າແຂວງສາລະວັນ ເປັນປະ ທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ.

ໂອກາດນີ້, ພົທ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄໍາຍ້ອງຍໍຊົມເຊີຍຕໍ່ສະຫາຍທີ່ໄດ້ຮັບການແຕ່ງຕັ້ງຂັ້ນນໍາພາ-ບັນຊາວຽກງານ ປກຊ-ປກສ ຂອງທ້ອງຖິ່ນ, ນີ້ກໍແມ່ນການໄດ້ຮັບຄວາມໄວ້ເນື້ອເຊື້ອໃຈຈາກອົງການຈັດຕັ້ງພັກ-ລັດ,ພະນັກງານ ແລະ ປະຊາຊົນໄດ້ມອບໝາຍພາລະກິດອັນມີກຽດສະຫງ່າ ແລະ ໜັກໜ່ວງໃຫ້; ພ້ອມທັງເນັ້ນໃຫ້ສືບຕໍ່ຊີ້ນໍາ-ນຳພາວຽກງານ ປກຊ-ປກສ ແລະ ການພັດທະນາເສດຖະກິດ,ວັດທະນາທໍາ-ສັງຄົມໃຫ້ກ້າວໄກຢ່າງບໍ່ຢຸດຢັ້ງ.  

ສຳລັບພະນັກງານນໍາພາ-ບັນຊາຂັ້ນທ້ອງຖິ່ນ,ຄະນະກຳມະການ ປກຊ-ປກສແຂວງ,ບັນດາຫົວໜ້າ ແລະ ຮອງພະແນກການອ້ອມຂ້າງແຂວງ ຈົ່ງເປັນເຈົ້າການຮ່ວມມືດ້ານວຽກງານ ປກຊ-ປກສ ເປັນວຽກສໍາຄັນອັນດັບໜຶ່ງ ເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ເຊັ່ນ: ສະພາບມົ້ວສຸມ-ຄ້າຂາຍຢາເສບຕິດ,ລັກຊັບ,ສໍ້ໂກງຊັບພົນລະ ເມືອງ,ການເກີດອຸບັດຕິເຫດຕາມທ້ອງຖະໜົນຫຼວງ,ຄ້າຂາຍເຖື່ອນ,ການເຂົ້າ-ອອກເມືອງບໍ່ຖືກຕ້ອງ,ການແກ້ໄຂຄົນຕ່າງປະເທດທີ່ມາພັກເຊົາ ແລະ ເຄື່ອນໄຫວຜິດກົດໝາຍ,ແກ້ໄຂບັນຫາໂສເພນີ, ການຄ້າມະນຸດໃຫ້ຫຼຸດໜ້ອຍຖອຍລົງເປັນກ້າວໆ.