ຜົນການປ່ອນບັດເລືອກຕັ້ງ ອົງຄະນະພັກ ນະຄອນຫຼວງວຽງຈັນ ຄັ້ງທີ VII

0
1763

ໃນວັນທີ 29 ຕຸລາ ນີ້,ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ນະຄອນຫຼວງວຽງຈັນ ຄັ້ງທີ VII ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ, ເຊິ່ງຜູ້ແທນກອງປະຊຸມ ຈໍານວນ 357 ສະຫາຍ, ຍິງ 53 ສະຫາຍ ໄດ້ເປັນເອກະພາບຮັບຮອງເອົາຮ່າງລາຍງານການເມືອງ ຂອງຄະນະບໍລິຫານ ງານພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2020-2025); ຮັບຮອງ 4 ບົດຮຽນ ທີ່ຖອດຖອນໄດ້ຈາກການຈັດຕັ້ງນໍາພາປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກນະຄອນຫຼວງວຽງຈັນ.

ເພື່ອເປັນທິດຊີ້ນໍາໃຫ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII; ຮັບຮອງເອົາ 3 ທັດສະນະ, 4 ທິດທາງ ແລະ 19 ຄາດໝາຍ, 8 ແຜນງານ,ໂຄງການບຸກທະລຸ ແລະ 9 ໜ້າທີ່ສໍາຄັນຂອງການພັດທະນານະຄອນຫຼວງວຽງຈັນ ໃນໄລຍະ5 ປີຕໍ່ໜ້າ ແລະ ຮັບຮອງເອົາຜົນຂອງກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ ສະໄໝທີ VII ໄດ້ເປັນເອກະສັນຢ່າງສົມບູນ ເລືອກຄະນະກໍາ ມະການປະຈໍາພັກ 13 ສະຫາຍ ຍິງ 1 ສະຫາຍ ດັ່ງນີ້:

  1. ສະຫາຍ ປອ ສິນລະວົງ ຄຸດໄພທູນ
  2. ສະຫາຍ ປອ ອານຸພາບ ຕຸນາລົມ
  3. ສະຫາຍ ປອ ອາດສະພັງທອງ ສີພັນດອນ
  4. ສະຫາຍ ພົຈວ ສີພອນ ຈັນສົມວົງ
  5. ສະຫາຍ ນາງ ລໍາພອຍ ສີອັກຄະຈັນ
  6. ສະຫາຍ ປອ ຊົງເລົາ ຢົງນູ
  7. ສະຫາຍ ວິລະສັກ ນາມມຸນຕີ
  8. ສະຫາຍ ພູວົງ ວົງຄໍາຊາວ
  9. ສະຫາຍ ພູຂົງ ບັນນະວົງ
  10. ສະຫາຍ ຖະໜອມ ທໍາທອງ
  11. ສະຫາຍ ບຸນໜາ ຜາທຸມມະວົງ
  12. ສະຫາຍ ເດດສົງຄາມ ທໍາມະວົງ
  13. ສະຫາຍ ພັອ ສຸກພະຈັນ ບຸດດາຄໍາ

+ ເລືອກເລຂາ-ຮອງເລຂາຄະນະພັກ ນະຄອນຫຼວງວຽງຈັນ ດັ່ງນີ້:

  1. ສະຫາຍ ປອ ສິນລະວົງ ຄຸດໄພທູນ ເປັນເລຂາຄະນະພັກ
  2. ສະຫາຍ ປອ ອານຸພາບ ຕຸນາລົມ ເປັນຮອງເລຂາຄະນະພັກ
  3. ສະຫາຍ ປອ ອາດສະພັງທອງ ສີພັນດອນ ເປັນຮອງເລຂາຄະນະພັກ

+ ເລືອກປະທານກວດກາ ແລະ ຮອງປະທານກວດກາຄະນະພັກ ດັ່ງນີ້:

  1. ສະຫາຍ ວິລະສັກ ນາມມຸນຕີ ປະທານກວດກາຄະນະພັກ
  2. ສະຫາຍ ນາງ ຄໍາໄພ ລັດສະໝີ ຮອງປະທານກວດກາຄະນະພັກ
  3. ສະຫາຍ ກອງດີ ສຸທໍາມະວົງ ຮອງປະທານກວດກາຄະນະພັກ
  4. ສະຫາຍ ບຸນສີ ກອງບຸດ ຮອງປະທານກວດກາຄະນະພັກ
  5. ສະຫາຍ ຈັນສະຫວ່າງ ຫິມມະພັນ ຮອງປະທານກວດກາຄະນະພັກ

ກອງປະຊຸມ ຍັງໄດ້ເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ເຊິ່ງມີຜູ້ ແທນສົມບູນ 33 ສະຫາຍ ຍິງ 7 ສະຫາຍ, ຜູ້ແທນສໍາຮອງ 3 ສະຫາຍ ຍິງ 2 ສະຫາຍ.

ພາບ-ຂ່າວ: ປກສ ນະຄອນຫຼວງວຽງຈັນ