ອົງຄະນະພັກ ນວ ຊຸດໃໝ່ ຕ້ອງກໍາແໜ້ນແລະຜັນຂະຫຍາຍ 2 ມະຕິກົມການເມືອງສູນກາງພັກ

0
1219

ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ນວ ຄັ້ງທີ VII, ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງນີ້;ເຊິ່ງເປັນກອງປະຊຸມປັບປຸງປົວແປງພັກປະຊາ ຊົນປະຕິວັດລາວ ແຕ່ຂັ້ນຮາກຖານຂຶ້ນມາໃຫ້ມີຄວາມປອດໃສ,ເຂັ້ມແຂງແລະໜັກແໜ້ນ; ທັງເນັ້ນໃຫ້ຄະນະບໍລິຫານງານພັກນະຄອນຫຼວງວຽງຈັນຊຸດໃໝ່ ພ້ອມກັນເອົາໃຈໃສ່ກໍາແໜ້ນ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ສະບັບເລກທີ 107/ກມສພ,ລົງວັນທີ 30 ເມສາ 2020 ວ່າດ້ວຍການພັດທະນານະຄອນຫຼວງວຽງຈັນ ໃນໄລຍະໃໝ່ (2020-2030) ແລະ ມະຕິສະບັບເລກທີ 111/ກມສພ, ລົງວັນທີ 22 ພຶດສະ ພາ 2020 ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່.

ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໄດ້ເນັ້ນອີກວ່າ: ສໍາລັບຄາດໝາຍ ແມ່ນໃຫ້ເອົາໃຈໃສ່: 1. ແຕ່ນີ້ ຮອດປີ 2025 ແມ່ນສ້າງນະຄອນຫຼວງວຽງຈັນ ເປັນຫົວໜ່ວຍຍຸດທະສາດທີ່ເຂັ້ມແຂງ, ສ້າງເມືອງໜ້າຢູ່ບັນລຸ 3 ຕົວຊີ້ວັດ ຄື: ສ. ສະຫງົບສຸກ, ສ. ສະອາດ ແລະ ສ.ສີຂຽວ;ແກ້ໄຂຄວາມດ້ອຍພັດທະນາດ້ານພື້ນຖານໂຄງລ່າງໃນເທດສະບານໄດ້ໂດຍພື້ນຖານ,ແກ້ໄຂ ແລະຈັດສັນຄວາມເປັນລະບຽບ ຮຽບຮ້ອຍ ດ້ານທີ່ຢູ່ອາໄສ, ຊຸມຊົນແອອັດ, ດ້ານການຈະລາຈອນໃນຕົວເມືອງ ແລະ ຊານເມືອງໄດ້ເປັນຢ່າງດີ; 2.ສ້າງໃຫ້ຊາວນະຄອນ ຫຼວງວຽງຈັນ ມີຄວາມເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນລະດັບສູງ,ແກ້ໄຂບັນ ຫາທີ່ເກີດຂຶ້ນດ້ວຍຕົນເອງ ບົນຈິດໃຈ ແລະ ມີສະຕິຕື່ນຕົວປະຕິບັດກົດໝາຍ ແລະ ນິຕິກໍາ; 3.ທົ່ວພັກ-ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ມີຄວາມເປັນເອກະພາບກັນ, ມີຄວາມຮັບຜິດຊອບ ແລະ ຕື່ນຕົວໃນການເຂົ້າຮ່ວມພັດທະນາຄອນຫຼວງວຽງຈັນ ຢ່າງແຂງແຮງ; 4. ແຜນຜັງພັດທະນາຕົວເມືອງ ສະບັບທີ III ໄດ້ຮັບການຈັດຕັ້ງປະຕິບັດໄປຕາມ 3 ວິໄສທັດ: ຫັນເປັນຕົວເມືອງໜ້າຢູ່, ຍືນຍົງ ແລະ ອັດສະລິຍະ.

ສໍາລັບໜ້າທີ່ວຽກງານ ຕົ້ນຕໍໃນຊຸມປີຕໍ່ໜ້າ: 1. ແມ່ນໃຫ້ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງແນວຄິດ ເປັນກົກ, ເພີ່ມທະວີການສຶກສາອົບຮົມໃຫ້ຖັນແຖວສະມາຊິກພັກ, ພະນັກງານ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາຊັ້ນຄົນມີຄວາມຮັບຮູ້ ແລະ ເຂົ້າໃຈ ຖືກຕ້ອງ, ເພີ່ມທະວີຄວາມເຊື່ອໝັ້ນ ແລະ ເປັນເຈົ້າການ ເຂົ້າຮ່ວມການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ແຜນນະໂຍບາຍ ແລະ ກົດໝາຍຂອງລັດ ຢ່າງເປັນຂະບວນກວ້າງຂວາງ ແລະ ມີປະສິດທິຜົນ, ການປະຕິບັດ 5 ຮ່ວມ ຂອງປະຊາຊົນ ໃຫ້ພ້ອມກັນປະຕິບັດໃຫ້ໄດ້ຮັບໝາກຜົນສໍາເລັດ; ສິ່ງສໍາຄັນ ແມ່ນສືບຕໍ່ບຸກທະລຸດ້ານຈິນຕະນາການຢ່າງຮອບດ້ານ ເພື່ອແນໃສ່ທຸກຄົນມີຈິນຕະນາການໃໝ່ ເຂົ້າໃນການກ້າວຂຶ້ນສູ່ສັງຄົມນິຍົມ ແລະ ການພັດທະນາເສດຖະກິດ-ສັງຄົມ.

2. ເພີ່ມທະວີສຶກສາອົບຮົມ ແລະ ຈັດຕັ້ງນໍາພາຊຸກຍູ້ການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ໃຫ້ເປັນຂະບວນກວ້າງຂວາງ, ຕ້ອງຖືເອົາວຽກງານຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ ເປັນຈຸດສໍາຄັນຕົ້ນຕໍ ເພື່ອຮັບປະກັນ ນະຄອນຫຼວງວຽງຈັນ ມີຄວາມສະຫງົບ-ປອດໄພ; 3. ສືບຕໍ່ພັດທະນາເສດຖະກິດ ຂອງນະຄອນຫຼວງວຽງຈັນ ໃຫ້ຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ ຕາມທິດຫັນເປັນອຸດສະຫະກໍາ ແລະ ທັນສະໄໝ, ຂະຫຍາຍໂຄງປະກອບເສດຖະກິດ, ກະສິກໍາ,ອຸດສະຫະກໍາ ແລະ ການບໍລິການ ຢ່າງກົມກຽວຕາມກົນໄກການຕະຫຼາດ ທີ່ມີການຄຸ້ມຄອງດັດສົມຂອງລັດ.

ສໍາລັບສະຫາຍ ໃນຄະນະພັກຊຸດໃໝ່ ທີ່ໄດ້ຮັບການເລືອກຕັ້ງໃນກອງປະຊຸມໃຫຍ່ຄັ້ງນີ້ ລ້ວນແຕ່ແມ່ນຜູ້ມີມາດຖານເງື່ອນໄຂຄົບຖ້ວນ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຜູ້ແທນກອງປະຊຸມໃຫຍ່ ແລະ ໃຫ້ຄະນະບໍລິຫານງານພັກຊຸດໃໝ່ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ເຊີດຊູຄວາມຈົ່ງຮັກພັກດີຕໍ່ພັກ, ເຊື່ອໝັ້ນຕໍ່ອຸດົມການສັງຄົມນິຍົມ, ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນພັກ, ຖັນແຖວພະນັກງານ ແລະ ປະຊາຊົນຢ່າງແໜ້ນແຟ້ນ; ສືບຕໍ່ຍົກລະດັບຄວາມຮູ້-ຄວາມສາມາດຂອງຕົນໃຫ້ສູງຂຶ້ນ, ຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ ບັນດາຫຼັກການ,ລະບອບແຜນວິທີນໍາພາຂອງພັກ ແລະ ມີຄວາມຮັບຜິດຊອບໂດຍ ກົງຕໍ່ຜົນໄດ້ຜົນເສຍ ຂອງການປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍ ໂດຍຖືເອົາຜົນປະໂຫຍດຂອງຊາດ,ຂອງປະຊາຊົນເປັນສໍາຄັນ ແລະຕັ້ງໜ້າ ເປັນແບບຢ່າງ ໃນການດໍາລົງຊີວິດແບບລຽບງ່າຍ, ເດັດຂາດແກ້ໄຂຂໍ້ບົກຜ່ອງ, ຄວາມຜິດພາດຂອງຕົນ ເພື່ອພ້ອມກັນປັບປຸງ, ກໍ່ສ້າງພັກໃຫ້ເປັນແກນນໍາຂອງລະບົບການເມືອງ ຢ່າງແທ້ຈິງ.

ພາບ-ຂ່າວ: ປກສ ນະຄອນຫຼວງວຽງຈັນ