ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກ ແຂວງຈໍາປາສັກ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ

0
2228

ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງຈໍາປາສັກ ອັດລົງດ້ວຍຜົນສຳເລັດ ຢ່າງຈົບງາມພາຍຫຼັງດໍາເນີນ ມາແຕ່ວັນທີ 29 -30 ຕຸລາ 2020,ໂດຍການເປັນປະທານ ຂອງ ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາຄະນະພັກແຂວງ ເຈົ້າແຂວງຈໍາປາສັກ, ໂດຍມີ ສະຫາຍ ພັນຄໍາ ວິພາວັນ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແລະ ຜູ້ແທນສົມບູນໃນທົ່ວແຂວງຈໍາປາສັກ 410 ສະຫາຍ,ຍິງ 44 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ບັນດາສະຫາຍສະມາຊິກພັກທົ່ວແຂວງ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຈຳປາສັກ ຄັ້ງທີ VIII ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ,ປະກອບຄຳຄິດຄຳເຫັນຢ່າງຕັ້ງໜ້າ ແລະ ເປັນເອກະສັນກັນຮັບຮອງເອົາລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫລວດການນໍາພາລວມຂອງຄະ ນະພັກຊຸດເກົ່າ ເຊິ່ງຕີລາຄາດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນໍາພາ-ຊີ້ນໍາຕະຫຼອດສະໄໝ ໃນໄລຍະ5 ປີ ຜ່ານມາ; ໄດ້ຮັບຟັງລາຍງານ ແລະ ການປະກອບຄໍາຄິດຄໍາເຫັນ ຈາກຜູ້ຕາງໜ້າຂອງຫລາຍຮາກຖານພັກ ເຊິ່ງແຕ່ລະຮາກຖານລ້ວນແຕ່ສະແດງເຖິງຄວາມເປັນເອກະພາບຕໍ່ລາຍງານການເມືອງ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫລວດການນໍາພາລວມ ຂອງຄະນະພັກຊຸດເກົ່າ;ການລາຍງານ ແລະ ການປະກອບຄຳເຫັນສ່ວນໃຫຍ່ໄດ້ລົງເລິກລາຍງານຜົນສຳເລັດແຫ່ງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະໄໝຜ່ານມາ ແລະ ຍົກໃຫ້ເຫັນບາງຂໍ້ຄົງຄ້າງ ທີ່ຈະຕ້ອງສືບຕໍ່ແກ້ໄຂ ອັນໄດ້ເຮັດໃຫ້ກອງປະຊຸມໃຫຍ່ ມີເນື້ອໃນອຸດົມສົມບູນຂຶ້ນຕື່ມ ແລະ ມີຄວາມເປັນເອກະສັນຮັບຮອງເອົາທິດທາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025).

ໄດ້ວາງທິດທາງຄາດໝາຍ ແລະ ແຜນວຽກຈຸດສຸມ ເພື່ອເຮັດ ໃຫ້ເສດຖະກິດຂອງແຂວງຈໍາປາ ສັກ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ມີຄຸນນະພາບ ໃນອັດຕາການເຕີບໂຕ ສະເລ່ຍ 5,3 % ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນໃຫ້ບັນລຸ 36,2 ລ້ານກີບ ຫຼື ເທົ່າກັບ 4.166 ໂດລາສະຫະລັດ ຕໍ່ຄົນຕໍ່ປີ, ດ້ວຍໂຄງປະກອບເສດຖະກິດ ກະສິກໍາ-ປ່າໄມ້ ເພີ່ມຂຶ້ນສະເລ່ຍ 2,4%, ອຸດສາຫະກໍາ ເພີ່ມຂຶ້ນສະເລ່ຍ 10,6% ແລະ ການບໍລິການເພີ່ມຂຶ້ນສະເລ່ຍ 3,7%; ສືບຕໍ່ພັດທະນາແຂວງ ບົນພື້ນຖານໝາກຜົນຂອງ ແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີ ຜ່ານມາ ໂດຍສືບຕໍ່ຂຸດຄົ້ນນໍາໃຊ້ຈຸດພິເສດ ແລະ ທ່າແຮງຂອງແຂວງ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ, ຖືເອົາຄຸນນະ ພາບເປັນຕົ້ນຕໍ, ສືບຕໍ່ພັດທະນາຕາມທິດສີຂຽວ ແລະ ຍືນຍົງ,ຖືເອົາເສດຖະກິດເປັນພື້ນຖານ,ວັດທະນະທຳ-ສັງຄົມເປັນສຳຄັນ ແລະ ສິ່ງແວດ ລ້ອມ ເປັນສິ່ງຢັ້ງຢືນເຖິງຄຸນນະພາບ ຂອງການພັດທະນາ.

ຈາກນັ້ນ, ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ໄດ້ກຳນົດໄວ້ ເຊິ່ງປະກອບດ້ວຍຜູ້ເກົ່າ ແລະ ຜູ້ໃໝ່, ຜູ້ອາວຸໂສ, ຜູ້ກາງ ແລະ ຜູ້ໜຸ່ມແໜ້ນ, ມີທັງເພດຍິງ ແລະ ຊົນເຜົ່າ, ເຊິ່ງມີຜູ້ອອກສະໝັກຮັບເລືອກຕັ້ງ ທັງໝົດ 45 ສະຫາຍ, ຍິງ 05 ສະຫາຍ, ເລືອກໄດ້ 39 ສະ ຫາຍ, ຍິງ 04 ສະຫາຍ ເຊິ່ງກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກແຂວງຈໍາປາສັກ ສະໄໝທີ VIII ໄດ້ເປັນເອກະສັນຢ່າງສົມບູນ ເລືອກຕັ້ງຄະນະປະຈໍາພັກແຂວງ 13 ສະຫາຍ, ຍິງ 1 ສະຫາຍ, ໃນນັ້ນ ໄດ້ເຫັນດີເປັນເອກະພາບກັນ ເລືອກເອົາ ສະຫາຍ ວິໄລວົງ ບຸດດາຄຳ ເປັນ ເລຂາຄະນະບໍລິຫານງານພັກແຂວງ; ສະຫາຍ ມະໄລທອງ ກົມມະສິດ ແລະ ສະຫາຍ ສາຍທອງ ໄຊຍະວົງ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ເລືອກເອົາ ສະຫາຍ ປະດິດ ວັນນະລັດສະໝີ ເປັນປະທານກວດກາພັກແຂວງ, ສະຫາຍ ບຸນທ່ຽງ ຈັນທິລາດ, ສະຫາຍ ຕິ່ງແກ້ວ ບຸບຜາລາວັນ ແລະ ສະຫາຍ ບຸນທັນ ໄຊຍະແສງ ເປັນຮອງປະທານກວດກາພັກແຂວງ. ພ້ອມນັ້ນ ຍັງໄດ້ໃຊ້ສິດເລືອກເອົາຜູ້ແທນຂອງຕົນ ເຊິ່ງມີ ຜູ້ແທນສົມບູນ ຈຳນວນ 37ສະຫາຍ, ຍິງ 5 ສະຫາຍ ແລະ ສໍາຮອງ 3 ສະຫາຍ ເພື່ອໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ.

ໂອກາດດັ່ງກ່າວ, ສະຫາຍ ພັນຄໍາ ວິພາວັນ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ກໍໄດ້ມີຄຳເຫັນ ໂອ້ລົມ ເຊິ່ງສະຫາຍ ໄດ້ສະແດງຄວາມ ຍ້ອງຍໍ ຊົມເຊີຍ ຕໍ່ຄະນະພັກຊຸດເກົ່າ ທີ່ໄດ້ນຳພາ-ຊີ້ນຳພະນັກງານ, ສະມາຊິກພັກ, ປະຊາຊົນບັນດາເຜົ່າໃນທົ່ວແຂວງ ເປັນເຈົ້າການ ປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສໍາເລັດຫລາຍດ້ານ, ພ້ອມກັນນັ້ນ ສະຫາຍກໍ່ຊີ້ນໍາຄະນະພັກຊຸດໃໝ່ ໃຫ້ສືບຕໍ່ ປັບປຸງ, ແກ້ໄຂ; ຈຸດອ່ອນ-ຂໍ້ຄົງຄ້າງ ແລະ ນໍາເອົາທິດນໍາ ທີ່ເປັນເອກະພາບ ພາຍໃນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ແຂວງຈໍາປາສັກ ໃນຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງ ປະຕິບັດ ໃຫ້ມີປະສິດທິຜົນ.