ວິທະຍາຄານສັນຕິບານປະຊາຊົນ ປະຊຸມຄົ້ນຄວ້າ-ປັບປຸງຮັບຮອງຫຼັກສູດປະລິນຍາຕີ

0
1317

ວັນທີ 30 ຕຸລາ ຜ່ານມາ,ວິທະຍາຄານສັນຕິບານ ປະຊາຊົນ (ວສປ) ກະຊວງ ປກສ ໄດ້ຈັດກອງປະຊຸມຄົ້ນຄວ້າ,ປັບປຸງ ແລະ ຮັບຮອງຫຼັກສູດ ປະລິນຍາຕີ,ໂດຍການເປັນປະທານຂອງ ພົຈວ ປອ ວັນສົມ ສີສົມບັດ ຫົວໜ້າອໍານວຍການ ວສປ,ມີຄະນະພັກ-ຄະນະອໍານວຍການ, ຫົວໜ້າ ຫ້ອງ,ພ້ອມດ້ວຍຄະນະວິຊາ, ຫ້ອງບໍລິຫານ ແລະ 13 ກົມກອງອ້ອມຂ້າງເຂົ້າຮ່ວມ

ພົຈວ ປອ ວັນສົມ ສີສົມບັດ ກ່າວວ່າ: ການຈັດກອງປະຊຸມການຄົ້ນຄວ້າ,ປັບປຸງ ແລະ ຮັບຮອງຫຼັກສູດປະລິນຍາຕີຂອງ ວສປ ຄັ້ງນີ້ ເພື່ອເປັນການປັບປຸງບັນດາເນື້ອໃນຫຼັກສູດທີ່ຍັງບໍ່ສອດຄ່ອງໃຫ້ເຂົ້າສູ່ມາດຕະຖານຫຼັກສູດແຫ່ງຊາດ ແລະກົດໝາຍວ່າດ້ວຍການສຶກສາ.ໂດຍສະເພາະ ການກໍານົດວິຊາຮຽນ ແລະ ໜ່ວຍກິດໃນແຕ່ລະໝວດວິຊາຮຽນ, ການກໍານົດວິຊາຮຽນໃນແຕ່ລະພາກຮຽນ,ສົກຮຽນໃຫ້ເໝາະສົມກັບແຜນຍຸດທະສາດການກໍ່ສ້າງນາຍແລະ ພົນຕໍາຫຼວດຂອງກໍາລັງປ້ອງກັນຄວາມສະຫງົບ ເພື່ອຍົກສູງຄຸນນະພາບຂອງຫຼັກສູດໃຫ້ຮັດກຸມ ແລະ ແທດເໝາະກັບສະພາບຄວາມເປັນຈິງຂອງວຽກງານປ້ອງກັນຄວາມສະຫງົບໃນປັດຈຸບັນແລະຕໍ່ໜ້າ.

ໃນກອງປະຊຸມ, ຍັງໄດ້ຄົ້ນຄວ້າກ່ຽວກັບການກໍານົດວິຊາຮຽນໃນແຕ່ລະໝວດ ແລະ ການກໍານົດໜ່ວຍກິດເຂົ້າໝວດວິຊາຮຽນທັງ2 ລະບົບ ຄື: ລະບົບເຊື່ອມຕໍ່ 2 ປີ ແລະລະບົບກໍ່ສ້າງ4 ປີ ດັ່ງນີ້:ໝວດວິຊາວິທະຍາສາດພື້ນຖານ,ໝວດ ພື້ນຖານວິຊາສະເພາະ,ໝວດວິຊາສະເພາະ, ຂະ ແໜງຕ້ານປະຕິການ,ຂະແໜງສືບສວນ-ສອບສວນ,ຂະແໜງຕ້ານນັກສືບ,ຂະແໜງປ້ອງກັນພາຍໃນ ແລະ ຂະແໜງຄຸ້ມຄອງລັດ.ຫຼັງຈາກນັ້ນ, ກໍໄດ້ເປັນເອກະພາບກັນໃນການຮັບຮອງເອົາ ເນື້ອໃນປັບປຸງຫຼັກສູດ.