ກົມໃຫຍ່ພະລາທິການ ປກສ ປະກາດເລື່ອນຊັ້ນໃຫ້ນາຍແລະພົນຕຳຫຼວດ

0
1186

ວັນທີ 29 ຕຸລາ ຜ່ານມາ, ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ທີ່ມີຜົນງານດີເດັ່ນຝຶກຝົນຕົນເອງໃນການເຮັດວຽກງານ ແລະ ຄົບຕາມມາດຖານເງື່ອນໄຂຂອງການເລື່ອນຊັ້ນ; ປະດັບຊັ້ນໂດຍ ພົຈວ ທອງສຸກ ຍ່າເອີລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ມີຄະນະພັກ-ຄະນະບັນຊາກົມໃຫຍ່, ກົມ, ຫ້ອງ,ໂຮງໝໍ 5 ເມສາ ແລະ ພົນຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

ໃນພິທີ, ພັອ ສົມສັກ ຄຳມຸງຄຸນ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການ ປກສ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ປ້ອງ ກັນຄວາມສະຫງົບ ສະບັບເລກທີ 3811/ກມປສ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດກົມໃຫຍ່ພະລາທິການ.ໃນນັ້ນ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນຮ້ອຍໂທ 5 ສະຫາຍ, ວາທີ ຂຶ້ນຮ້ອຍຕີ 1 ສະຫາຍ; ຂໍ້ຕົກລົງຂອງກົມໃຫຍ່ພະລາທິການ ປກສ ສະບັບເລກທີ 2145/ກພລ ວ່າດ້ວຍການເລື່ອນຊັ້ນໃຫ້ພົນຕຳຫຼວດ.ໃນນັ້ນ, ເລື່ອນຊັ້ນ ສິບເອກ ຂຶ້ນວາທີ 2 ສະຫາຍ, ສິບໂທ ຂຶ້ນສິບເອກ 3 ສະຫາຍ, ສິບຕີ ຂຶ້ນສິບໂທ11ສະ ຫາຍ.

ໃນໂອກາດນີ້, ພົຈວ ທອງສຸກ ຍ່າເອີລາວລີ ໄດ້ໂອ້ລົມຕໍ່ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນ ໂດຍຮຽກຮ້ອງໃຫ້ບັນດາສະຫາຍຈົ່ງເພີ່ມທະວີການຈັດຕັ້ງວຽກງານວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງຂຶ້ນກວ່າເກົ່າ,ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ເປັນກຳລັງທີ່ເຂັ້ມແຂງ,ເປັນກຳລັງແຮງຂອງພັກ-ຂອງລັດ ກໍຄື ກຳລັງປ້ອງ ກັນຄວາມສະຫງົບ ທີ່ມີຄຸນນະພາບຕອບສະໜອງໄດ້ກັບໜ້າທີ່ການເມືອງ ທີ່ຂັ້ນເທິງມອບໝາຍໃຫ້ໄດ້ຮັບຜົນ ສຳເລັດຕາມຄາດໝາຍ.