ປາຖະກະຖາມູນເຊື້ອກຳລັງປ້ອງກັນເຄື່ອນທີ່ ຄົບຮອບ19 ປີ

0
1066

ໃນວັນທີ 30 ຕຸລາ 2020 ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ເຜີຍແຜ່ມູນເຊື້ອກຳລັງປ້ອງກັນເຄື່ອນທີ່ ຄົບຮອບ19 ປີ (2 ພະຈິກ 2001-2 ພະຈິກ 2020) ເພື່ອເປັນການຫວນຄືນມູນເຊື້ອອັນພິລະອາດຫານ ແລະ ຜົນງານອັນໃຫຍ່ຫຼວງຂອງກໍາລັງປ້ອງກັນເຄື່ອນ ທີ່ ໄດ້ປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ,ໃຫ້ກຽດເຜີຍແຜ່ໂດຍ ພັອ ພູນສະຫວັນ ພັນທະເສນາ ຮອງກອງບັນຊາການປ້ອງກັນເຄື່ອນທີ່,ມີບັນດາຄະນະພັກ-ຄະນະບັນຊາ, ພະນັກງານນັກຮົບເຂົ້າຮ່ວມ.

ພັອ ພູນສະຫວັນ ພັນທະເສນາ ໃຫ້ຮູ້ວ່າ: ການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນເຄື່ອນທີ່, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປານາ ເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ມາຮອດປັດຈຸບັນ ພວມສືບຕໍ່ປັບປຸງ, ບູລະນະລະບອບໃໝ່ ເພື່ອສ້າງສາພັດທະນາປະເທດຊາດກ້າວຂຶ້ນສັງຄົມນິຍົມ. ຈຶ່ງຮຽກຮ້ອງໃຫ້ມີການກໍ່ສ້າງກຳລັງປ້ອງກັນເຄື່ອນ ທີ່, ເຊິ່ງແມ່ນກົມກອງເຫຼົ່າຮົບວິຊາສະເພາະໜຶ່ງ ຂອງກະຊວງປ້ອງກັນຄວາມສະຫງົບ ພາຍໃຕ້ການຊີ້ນຳບັນຊາເດັດຂາດໂດຍກົງ ແລະ ຮອບດ້ານ ຈາກຄະນະພັກກະຊວງປ້ອງກັນຄວາມສະຫງົບ ເຊິ່ງໄດ້ກໍາເນີດເຕີບໃຫຍ່ ໃນສະພາບເງື່ອນໄຂທີ່ປະເທດຊາດ ປະຕິບັດສອງໜ້າທີ່ຍຸດ ທະສາດຂອງພັກ ຄື: ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ,ໃນສະໄໝກອງປະຊຸມໃຫຍ່ຄັ້ງທີ VII ຂອງສູນກາງພັກ, ກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກກະຊວງພາຍໃນເມື່ອກ່ອນ) ເຫັນໄດ້ຄວາມໝາຍ, ຄວາມສໍາຄັນ ຈຶ່ງໄດ້ຄົ້ນຄວ້າເຫັນດີ.ໃນວັນທີ 28 ກັນຍາ 2001 ກໍາລັງປ້ອງກັນເຄື່ອນທີ່ໄດ້ແຍກອອກ ຈາກກອງບັນຊາການຕຳຫຼວດປະກອບອາວຸດ (ໃນເມື່ອກ່ອນ ) ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 07/ນຍ,ລົງວັນທີ 25 ພຶດສະພາ 1999 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງພາຍໃນເມື່ອກ່ອນ ແລ້ວສ້າງຕັ້ງກອງພັນ 208 ຂຶ້ນຢ່າງເປັນທາງການໃນວັນທີ 2 ພະຈິກ 2001 ເປັນກອງພັນເອກະລາດ, ມີຖານະທຽບເທົ່າກົມ, ກອງບັນຊາການອ້ອມຂ້າງກະຊວງພາຍໃນ.

ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງກົມກອງ ກໍມີຜົນສຳເລັດ ແລະ ເຕີບໃຫຍ່ໃນຫຼາຍດ້ານ, ຖ້າທຽບ ໃສ່ເງື່ອນໄຂສະພາບໃນໄລຍະໃໝ່ ເຫັນວ່າຊື່ກົມກອງຍັງບໍ່ທັນແທດເໝາະກັບພາລະບົດບາດ, ໜ້າທີ່ການເມືອງຂອງກົມກອງເທື່ອ. ສະນັ້ນ, ຈຶ່ງໄດ້ຄົ້ນຄວ້າຊື່ກົມກອງ ແລະ ນຳສະເໜີຕໍ່ຄະນະນຳກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ຕົກລົງປ່ຽນຊື່ຈາກກອງບັນຊາການ 208 ມາເປັນກອງບັນຊາການປ້ອງກັນເຄື່ອນທີ່ ໃນວັນທີ 27 ກຸມພາ 2007.

ຜົນງານຂອງກໍາລັງປ້ອງກັນເຄື່ອນທີ່ ໃນໄລຍະການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ອີງໃສ່ການເຕີບໃຫ່ຍຂະຫຍາຍຕົວຂອງກໍາລັງ ແລະ ພາລະບົດບາດໜ້າທີ່ການເມືອງໃນ ສະເພາະໜ້າ ແລະ ຍາວນານ ເພື່ອເປັນກໍາລັງຫຼັກແຫຼ່ງໃຫ້ແກ່ພັກ-ລັດຖະບານ ກໍຄືກະ ຊວງປ້ອງກັນຄວາມສະຫງົບປະຊາຊົນ. ພາຍຫຼັງທີ່ກຳລັງປ້ອງກັນເຄື່ອນທີ່ ໄດ້ຮັບການສ້າງຕັ້ງເປັນຕົ້ນມາ, ກໍໄດ້ຖືເອົາຂອງກຳລັງປ້ອງກັນເຄື່ອນທີ່ ເປັນກຳລັງປະຈຳການກຽມພ້ອມ ແກ້ໄຂສະພາບການທີ່ອາດຈະເກີດຂຶ້ນຕະຫຼອດ 24 ຊົ່ວໂມງ ໃຫ້ແກ່ກະຊວງປ້ອງກັນຄວາມສະ ຫງົບ, ໂດຍໄດ້ຮັບການປັບປຸງກຳລັງປ້ອງກັນເຄື່ອນທີ່ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ ແລະ ໄດ້ສ້າງຕັ້ງບັນດາກອງຮ້ອຍ, ກອງ ພັນເຄື່ອນທີ່ ປກສ ແຂວງທົ່ວປະເທດ.