ໃນວັນທີ 27 ຕຸລາ 2020, ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ລະຫວ່າງ ທ່ານ ສົມຈິດ ຈັນທະວົງ ເລຂາພັກເມືອງ ເຈົ້າເມືອງໆປາກລາຍ (ຜູ້ເກົ່າ) ແລະ ທ່ານ ກອງສີ ວົງສີ ເຈົ້າເມືອງໆປາກລາຍ (ຜູ້ໃໝ່); ເຂົ້າຮ່ວມໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີຫົວໜ້າ-ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ, ມີພະນັກງານການນໍາຂອງເມືອງ, ນາຍບ້ານ ເຂົ້າຮ່ວມ.

ໃນພິທີ, ທ່ານ ໄພທອງ ຈັນດາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 1123/ຈຂ.ຊຍ ວ່າດ້ວຍການໂຍກຍ້າຍພະນັກງານໄປຮັບໜ້າທີ່ໃໝ່, ສະບັບເລກທີ 1126/ຈຂ.ຊຍ ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງເຈົ້າໆເມືອງປາກ
ລາຍ ແລະ ມະຕິຂອງຄະນະປະຈໍາພັກແຂວງ ສະບັບເລກທີ 714/ຄພຂ ວ່າ ດ້ວຍການບົ່ງຕົວແຕ່ງຕັ້ງເລຂາພັກເມືອງ ປາກລາຍ, ໂດຍຍົກຍ້າຍ ທ່ານ ສົມຈິດ ຈັນທະວົງ ກໍາມະການປະຈໍາພັກແຂວງ ເລຂາພັກເມືອງ, ເຈົ້າເມືອງໆປາກລາຍ( ຜູ້ເກົ່າ ) ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການ ແຂວງໄຊຍະບູລີ, ແຕ່ງຕັ້ງ ທ່ານ ກອງສີ ວົງສີ ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງໆໄຊສະຖານ ເປັນເຈົ້າເມືອງໆ ປາກລາຍ, ພ້ອມທັງບົ່ງຕົວແຕ່ງຕັ້ງເປັນ ເລຂາຄະນະບໍລິຫານງານພັກເມືອງປາກລາຍ.

ທ່ານ ພົງສະຫວັນ ສິດທະວົງ ໄດ້ໂອ້ລົມຕໍ່ພະນັກງານຫຼັກແຫຼ່ງຂອງເມືອງ ໂດຍຮຽກຮ້ອງໃຫ້ພະນັກງານທີ່ຖືກໂຍກຍ້າຍ ແລະ ບົ່ງຕົວແຕ່ງຕັ້ງຄັ້ງນີ້ ຈົ່ງມີແນວຄິດອຸ່ນອຽນທຸ່ນທ່ຽງ, ເພີ່ມທະວີນຳພາແນວຄິດ ຂອງພະນັກງານ-ສະມາຊິກພັກຢູ່ແຕ່ລະຫ້ອງການ, ແຕ່ລະບ້ານ ແລະ ປະຊາຊົນບັນດາເຜົ່າໃຫ້ເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ; ສືບຕໍ່ປົກປັກຮັກ ສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນພັກໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນຳໃນການເຕົ້າໂຮມຄວາມສາມັກ ຄີໃນຖັນແຖວພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ; ປັບປຸງແບບແຜນນໍາພາ, ແບບແຜນວິທີເຮັດວຽກ, ເພີ່ມທະວີການນໍາພາຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢູ່ເຂດຊົນນະບົດ ຢ່າງມີຈຸດສຸມ ແລະ ແທດເຖິງຕົວຈິງ, ສ້າງໃຫ້ຄອບຄົວມີອາຊີບໝັ້ນທ່ຽງ; ມີລາຍຮັບເພີ່ມຂຶ້ນສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ໄດ້ໂດຍພື້ນຖານ.