ໃນວັນທີ 27 ຕຸລາ 2020, ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດພິທີປະກາດພະນັກງານພັກການຮັບອຸດໜຸນບຳນານ; ເປັນປະທານໂດຍ ພັທ ອຳໄພວັນ ອຸດຕະມະນີ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງອັດຕະປື, ມີພາກສ່ວນກ່ຽວຂ້ອງຈາກພະແນກນະໂຍບາຍ ປກສ ແຂວງ ແລະ ຄະນະກອງບັນຊາການ ປກສ ເມືອງພູວົງ ເຂົ້າຮ່ວມ.

ພັຕ ສົມພົງ ຈັນທະພອນ ຫົວໜ້າພະແນກນະໂຍບາຍ ກອງບັນຊາການ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ ສະບັບເລກທີ 1877/ປກສ, ລົງ ວັນທີ 16 ກັນຍາ 2020 ວ່າດ້ວຍການອະນຸມັດໃຫ້ນາຍຕຳຫຼວດພັກການຮັບອຸດໜຸນບຳນານ; ໃນນີ້, ອະນຸມັດໃຫ້ ພັຕ ບຸນຍູ້ ແກ້ວສີລາ ຮອງຫົວໜ້າພະແນກພະລາທິການ ປກສ ເມືອງພູວົງ ແຂວງອັດຕະປື ພັກການຮັບອຸດໜູນບຳນານນັບແຕ່ເດືອນມັງກອນ 2021 ເປັນຕົ້ນໄປ, ລວມອາຍຸກະສຽນໄດ້ 60 ປີ.

ໃນໂອກາດດັ່ງກ່າວ, ພັທ ອຳໄພວັນ ອຸດຕະມະນີ ກໍໄດ້ສະແດງຄວາມຍ້ອງຍໍຕໍ່ຜົນງານຂອງ ສະຫາຍ ພັຕ ບຸນຍູ້ ແກ້ວສີລາ ທີ່ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະຕະຫຼອດໄລຍະຜ່ານມາ ຈົນໄດ້ຮັບຜົນສຳເລັດໃນຫຼາຍດ້ານ ແລະ ໄດ້ຮຽກ ຮ້ອງໃຫ້ສະຫາຍ ຈົ່ງສືບຕໍ່ປະກອບສ່ວນເຮັດວຽກງານປ້ອງກັນຄວາມສະຫງົບຢູ່ຂັ້ນທ້ອງຖິ່ນທີ່ສະຫາຍດຳລົງຊີວິດໃນຕໍ່ໜ້າ; ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີຂຶ້ນເທື່ອລະກ້າວ.