ປກສ ແຂວງຜົ້ງສາລີ ປະກາດນາຍຕໍາຫຼວດພັກການຮັບອຸດໜູນບໍານານ

0
1050

ວັນທີ 30 ຕຸລາ ຜ່ານມາ, ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດພິທີປະກາດນະໂຍບາຍໃຫ້ນາຍຕຳຫຼວດພັກການຮັບອຸດໜູນບໍານານ, ເປັນປະທານໂດຍ ພັອ ຄໍາຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າຫ້ອງ-ຮອງຫ້ອງຈາກ 7 ຫ້ອງ ພ້ອມດ້ວຍ 1 ກອງ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງກອງບັນຊາການ ປກສ ແຂວງເຂົ້າຮ່ວມ.

ພັທ ນາງ ວຽງຄຳ ຄຸນສົມເຮືອງ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1869/ປກສ, ລົງວັນທີ 16 ກັນຍາ 2020 ວ່າດ້ວຍການອະນຸມັດໃຫ້ນາຍຕໍາຫຼວດພັກການຮັບອຸດໜູນບໍານານ.ໃນນີ້, ໄດ້ຕົກລົງອະນຸມັດໃຫ້ ພັທ ຄຳສີ ບົວລະພາ, ພັທ ຄຳຫຼ້າ ແສງມະນີ, ພັທ ບຸນສະແຫວງ ວັນນະເລີດ, ພັທ ຄຳປານ ຄຸນນະເລີດ, ພັທ ໄມ ຈັນທະພອນ, ພັທ ຍີນ ໄຊຍະວົງ, ພັທ ຈັນ ເຮືອງ ພັກການຮັບອຸດໜູນບໍານານ.

ໃນໂອກາດດັ່ງກ່າວ, ພັອ ຄຳຈັນ ແສງລາວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍນາຍຕໍາຫຼວດທີ່ພັກການຮັບອຸດໜູນບໍານານໃນຄັ້ງນີ້ທີ່ໄດ້ສຸມທຸກສະຕິປັນຍາເຫື່ອແຮງຂອງຕົນປະກອບສ່ວນເຂົ້າໃນການຮັບໃຊ້ຊາດ-ຮັບໃຊ້ປະຊາຊົນ,ເຊິ່ງຜົນງານແລະຄຸນງາມຄວາມ ດີດັ່ງກ່າວ ຄະນະພັກກອງບັນຊາການ ປກສ ແຂວງຈະຈົດຈຳ ແລະ ນຳເອົາເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານ,ເປັນເຂັມທິດເຍືອງທາງໃຫ້ແກ່ພະນັກງານ-ນັກຮົບຮຸ່ນສືບທອດຕໍ່ໄປ.

ໃນພິທີ, ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ມອບເງິນແຜ່ປັດໄຈຊ່ວຍເຫຼືອຈາກກອງບັນຊາການ ປກສ ແຂວງ ແລະ 21 ກົມກອງອ້ອມຂ້າງແຂວງ ໃຫ້ ສະຫາຍ ວທ ຄຳຕຸ້ຍ ພົງປະດິດ ທີ່ໄດ້ຮັບບາດເຈັບຈາກການເຂົ້າຊ່ວຍເຫຼືອປະຊາຊົນຜູ້ທີ່ປະສົບອັກຄີໄພ ທີ່ເມືອງຂວາ ແຂວງຜົ້ງສາລີ ຈຳນວນ 20 ລ້ານກ່ວາກີບ, ກ່າວມອບໂດຍ ພັທ ຢີນວັນນະສຸກ ບຸດຕະນະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ແລະ ຕາງໜ້າກ່າວຮັບ ໂດຍ ພັທ ສຸກ ທະວີ ຮອງຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງຜົ້ງສາລີ.