ອົງການຜູ້ຕາງໜ້າກະຊວງຕຳຫຼວດ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ມອບເຄື່ອງປຣິນເຕີ ໃຫ້ກອງບັນຊາການ ປກສ ແຂວງສະຫວັນນະເຂດ ສປປ ລາວ ໃນວັນທີ 29 ຕຸລາຜ່ານມາ; ກ່າວມອບໂດຍ ພົຈວ ຮວາງ ກວາງ ເຫື່ອງ ຫົວໜ້າອົງການຜູ້ຕາງໜ້າກະຊວງ ຕໍາຫຼວດ ສສ ຫວຽດນາມ ປະຈໍາ ສປປ ລາວ; ກ່າວຮັບໂດຍ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ສປປ ລາວ, ມີຄະນະນໍາ, ພະນັກງານທັງສອງພາກສ່ວນ ເຂົ້າຮ່ວມ.

ພົຈວ ຮວາງ ກວາງ ເຫື່ອງ ກ່າວວ່າ: ການມອບປີ້ນເຕີ ໃຫ້ ປກສ ແຂວງສະຫວັນນະເຂດ ສປປ ລາວ ຄັ້ງນີ້ ເພື່ອປະກອບສ່ວນໃນການສ້າງແຮງຊຸກຍູ້ ດ້ານອຸປະກອນວຽກງານວິຊາສະເພາະ ໃຫ້ກຳລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະແມ່ນ ປກສ ແຂວງສະຫວັນນະເຂດ ມີຄວາມສະດວກໃນການປະຕິບັດໜ້າທີ່ ໂດຍສະເພາະແມ່ນທາງດ້ານເອກະສານຕ່າງໆມີຄວາມວ່ອງໄວທັນເວລາ.

ໂອກາດນີ້, ພັອ ສົມໝາຍ ພົມມະຈັນ ໄດ້ສະແດງຄວາມຂອບໃຈມາຍັງອົງການຜູ້ຕາງໜ້າກະຊວງຕຳຫຼວດ ສສ ຫວຽດນາມ ປະຈຳ ສປປ ລາວ ທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ຖືວ່າເປັນການສືບຕໍ່ສ້າງສາຍພົວພັນອັນແໜ້ນແຟ້ນຂອງສອງຊາດລາວ-ຫວຽດນາມ; ເປັນການສົ່ງເສີມ ແລະ ພັດທະນາວຽກງານວິຊາສະເພາະໃນຂົງເຂດກຳລັງປ້ອງກັນຄວາມສະຫງົບຂອງ ສປປ ລາວ ເວົ້າສະເພາະ ປກສ ແຂວງສະຫວັນນະເຂດ ໃຫ້ນັບມື້ດີຂຶ້ນ ເຊິ່ງຫວັງວ່າໃນຕໍ່ໜ້າຂົງເຂດກຳລັງປ້ອງກັນຄວາມສະຫງົບ ຈະໄດ້ຮັບການຊ່ວຍເຫຼືອຈາກອົງການຜູ້ຕາງໜ້າກະຊວງຕຳຫຼວດ ສສ ຫວຽດນາມ ປະຈຳ ສປປ ລາວຕື່ມອີກ.