ພິທີປະກາດແຕ່ງຕັ້ງຫົວໜ້າຫ້ອງ ການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ( ປກຊ-ປກສ ) ແຂວງເຊກອງ ໄດ້ຈັດຂຶ້ນໃນທ້າຍອາ ທິດຜ່ານມາ; ເຂົ້າຮ່ວມໂດຍ ທ່ານ ເຫຼັກ ໄຫຼ ສີວິໄລ ເຈົ້າແຂວງໆເຊກອງ, ມີ ພົຕ ປອ ສະຫວ່າງໄຊ ສີນນະວົງ ຫົວ ໜ້າຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ, ຄະນະພັກແຂວງ, ຄະນະກຳມະການ ປກຊ-ປກສ ແຂວງ, ບັນດາ ພະແນກການອ້ອມເຂົ້າຮ່ວມ.
ພັທ ວຽງໄຊ ສຸລິວົງ ຫົວໜ້າພະແນກແຜນການ-ສັງລວມ ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງການຄະນະກຳມະການ ປກຊ-ປກສ ແຂວງເຊກອງ; ໃນນີ້, ໄດ້ຕົກລົງແຕ່ງຕັ້ງ ພັທ ທອງແກ້ວ ຊຽງທະຍານ ຫົວໜ້າກອງປະຕິບັດງານ 137 ກອງບັນຊາການທະຫານ ແຂວງເຊກອງ ເປັນຫົວໜ້າຫ້ອງການຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງເຊກອງ.

ໃນພິທີຄັ້ງນີ້, ພົຕ ປອ ສະຫວ່າງ ໄຊ ສີນນະວົງ ໄດ້ຊີ້ນຳຄະນະກຳມະການ ປກຊ-ປກສ ແຂວງ ຈົ່ງເປັນເຈົ້າ ການປະສານສົມທົບແໜ້ນກັບອົງການປົກຄອງແຕ່ລະຂັ້ນເຮັດໜ້າທີ່ປົກປັກຮັກສາເຂດນໍ້າແດນດິິນໃຫ້ມີຄວາມໝັ້ນຄົງ; ເອົາໃຈໃສ່ປ້ອງກັນສະກັດກັ້ນປະ ກົດຫຍໍ້ຕ່າງໆໃຫ້ຫຼຸດລົງ ເຊັ່ນ: ບັນຫາຢາເສບຕິດ, ສໍ້ໂກງຊັບ, ລັກຊັບ, ອຸບັດຕິເຫດຕາມທ້ອງຖະໜົນ, ຄ້າຂາຍເຖື່ອນ, ການເຂົ້າ-ອອກເມືອງບໍ່ຖືກຕ້ອງ, ແກ້ໄຂຄົນຕ່າງປະເທດທີ່ມາເຄື່ອນໄຫວຜິດກົດໝາຍຂອງ ສປປ ລາວ; ແກ້ໄຂບັນຫາ ໂສເພນີ ແລະ ບັນຫາການຄ້າມະນຸດໃຫ້ຫຼຸດໜ້ອຍລົງ ເພື່ອເຮັດໃຫ້ແຂວງເຊກອງ ມີຄວາມສະຫງົບທາງດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ການດຳລົງຊີວິດຂອງປະຊາຊົນມີຄວາມປອດໄພໂດຍພື້ນຖານ.