ຄະນະນັກສຶກສາ ສປປ ລາວ ວິທະຍາຄານສັນຕິບານປະຊາຊົນ ກະຊວງຕຳຫຼວດ ສສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ວາງແຜນການ 6 ເດືອນທ້າຍປີ 2020 ໃນວັນທີ 31 ຕຸລາ 2020, ເປັນປະທານໂດຍ ພັອ ໄພວັນ ສິດທິຈັນ ຫົວໜ້າອົງການຜູ້ຕາງໜ້າ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ປະຈຳ ສສ ຫວຽດນາມ, ມີ ພັທ ຫວຽນ ຫີວ ແອງ ຫົວໜ້າພະແນກຄຸ້ມຄອງນັກສຶກສາລາວ ປະຈຳ ວິທະຍາຄານສັນຕິບານ ກະຊວງຕຳຫຼວດ ຫວຽດນາມ, ບັນດາຄະນະພັກອົງການຜູ້ຕາງໜ້າ, ຄະນະພັກ-ຄະນະນັກສຶກສາ, ຄະນະຊາວໜຸ່ມ-ແມ່ຍິງ ແລະ ບັນດາຫົວໜ້າຂະແໜງການວິຊາສະເພາະ ຕະຫຼອດຮອດນັກສຶກສາ ເຂົ້າຮ່ວມ.

ວທ ສຸວັນທອນ ຈັນທະລາສອນ ຮອງຫົວໜ້ານັກສຶກສາ ກ່າວວ່າ:

ໃນໄລຍະຜ່ານມາ, ນັກສຶກສາ ກຳລັງປ້ອງກັນຄວາມມະຫງົບ ສປປ ລາວ ຢູ່ວິທະຍາຄານສັນຕິບານປະຊາຊົນ ກະຊວງຕຳຫຼວດ ສສ ຫວຽດນາມ ເຫັນວ່າ: ນັກສຶກສາສ່ວນໃຫຍ່ ແມ່ນຖືເອົາວຽກງານການຄົ້ນຄວ້າສຶກສາຮໍ່າຮຽນ ເປັນວຽກງານໃຈກາງອັນດັບໜຶ່ງ ແລະ ໜ້າທີ່ຕົ້ນຕໍຂອງຕົນ ເຊິ່ງມັນສະແດງໃຫ້ເຫັນຄື ແຕ່ລະສະຫາຍນອກຈາກໄດ້ສຶກສາຮໍ່າຮຽນຕາມຫຼັກສູດແລ້ວ ຍັງໄດ້ຊອກຮູ້ຮໍ່າຮຽນນຳໝູ່ເພື່ອນ, ນັກສຶກສາດ້ວຍກັນ, ຮຽນນໍາອິນເຕິເນັດເວັບໄຊຕ່າງໆ ແລະ ຮຽນນໍາອ້າຍນ້ອງນັກສຶກສາຫວຽດນາມຕື່ມອີກ ເພື່ອເປັນການຍົກລະດັບຄວາມຮູ້-ຄວາມສາມາດໃຫ້ບັນດານັກສຶກສາລາວ ມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບ ການໃຊ້ພາສາຫວຽດໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບວຽກງານຕົວຈິງໃນອານາຄົດ.

ເຊິ່ງສະແດງອອກໃນສົກຮຽນປີ 2019-2020 ຜ່ານມາ, ນັກສາສຶກສາລາວ ສາມາດຍາດໄດ້ຄະແນນຮຽນດີຮຽນເກັ່ງ ແລະ ປະຕິບັດລະບຽບໄດ້ດີ, ມີຄວາມຫ້າວຫັນໃນການຄົ້ນຄວ້າສຶກສາຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງ ເປັນຕົ້ນແມ່ນ: ນັກສຶກສາໄດ້ຄະແນນ 8 ຈຸດ ທັງໝົດ 10 ສະຫາຍ (ເທົ່າກັບ 6,49%), 7 ຈຸດ ທັງໝົດ 134 ສະຫາຍ (ເທົ່າກັບ 87,1%), 6 ຈຸດ ມີທັງໝົດ 8 ສະຫາຍ (ເທົ່າກັບ 5,19). ປັດຈຸບັນ, ຄະນະນັກສຶກສາ ກໍາລັງສະເໜີໃບຍ້ອງຍໍຈາກສະຖານທູດ ປະເພດຮຽນດີ-ຮຽນເກັ່ງ, ປະເພດເຄື່ອນໄຫວວຽກງານນອກຫຼັດສູດດີເດັ່ນ ແລະ ກໍາລັງສະເໜີໃບຍ້ອງຍໍຈາກ ອໍານວຍການ ວິທະຍາຄານສັນຕິບານປະຊາຊົນ ຮ່າໂນ້ຍ.

ໃນພິທີ, ພັທ ສັກດາ ໄຊຍະສົງຄາມ ຮອງຫົວໜ້າອົງການຜູ້ຕາງໜ້າ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກົມໃຫ່ຍການເມືອງ ປກສ ສະບັບເລກທີ 1442/ກມປສ ລົງວັນທີ 21 ເມສາ 2020 ວ່າດ້ວຍ ການແຕ່ງຕັ້ງ ຄະນະຮັບຜິດຊອບນັກສຶກສາຊຸດໃໝ່ ເຊິ່ງໃນນີ້ໄດ້ແຕ່ງຕັ້ງ ພັທ ຄຳສີ ໄຊຍະໂຊກ ເປັນຫົວໜ້າ ແລະ ພັຕ ສອນໃຈ ໂສພາລັກ ເປັນຮອງ ພ້ອມຄະນະອີກຈຳນວນໜຶ່ງ.

ຕອນທ້າຍກອງປະຊຸມ, ພັອ ໄພວັນ ສິດທິຈັນ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນ ຄະນະຮັບຜີດຊອບນັກສຶກສາຊຸດໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃຫ້ສູງຂຶ້ນກວ່າເກົ່າ, ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີຢ່າງໜັກແໜ້ນ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ ແລະ ແບ່ງງານໃຫ້ບຸກຄົນຮັບຜິດຊອບ.

ນອກນັ້ນ, ກໍໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ນັກສຶກສາໃຫ້ມີຄຸນທາດການເມືອງ, ໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ເອົາໃຈໃສ່ ແລະ ຍົກສູງຄຸນນະພາບໃນການຄຸ້ມຄອງ, ຕິດຕາມ, ກວດກາ, ຊີ້ນຳ-ນຳພານັກສຶກສາທຸກຮຸ້ນ ໃຫ້ມີຄວາມບຸກບືນຫ້າວຫັນ, ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ ແລະ ຝຶກຝົນຫຼໍ່ຕົນເອງ,​ ເອົາໃຈໃສ່ປະຕິບັດຂໍ້ກໍານົດກົດລະບຽບຂອງໂຮງຮຽນ ກໍຄື ກົດລະບຽບຂອງກຳລັງປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນປະຕິບັດບັນດາຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດຂອງ ກະຊວງປ້ອງກັນຄວາມສະຫງົບ ວາງອອກຢ່າງເຂັ້ມງວດ.