ພາກກາງ ແລະ ພາກໃຕ້ ກຽມຮັບມືພາຍຸໃໝ່ Goni

0
1084


ຕາມການລາຍງານຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ວັນທີ 3 ພະຈິກ 2020.ພາຍຸໄຕ້ຝຸ່ນໂຄນີ (GOni) ຫົວທີ 19 ປະຈໍາປີ 2020 ກໍາລັງເຄື່ອນທີ່ມາທາງທິດຕາເວັນຕົກດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ ແລະ ຄາດຄະເນວ່າພາຍຸຫົວນີ້ ຈະເຄື່ອນຂຶ້ນຝັ່ງເຂດເມືອງ ດານັງ ຂອງຫວຽດນາມ ໃນວັນທີ 4-5 ພະຈິກນີ້ ແລະ ສືບຕໍ່ເຄື່ອນທີ່ເຂົ້າມາ ພາກໃຕ້ ຫາ ພາກກາງຂອງລາວ ອາດຈະມີຝົນຕົກໜັກ ຫາໜັກຫຼາຍ ພ້ອມລົມພັດແຮງ ໃນວັນທີ 5–6 ພະຈິກນີ້.

ສະນັ້ນ, ຈຶ່ງແຈ້ງເຕືອນມາຍັງປະຊາຊົນພາກກາງ ແລະ ພາກໃຕ້ ໂດຍສະເພາະແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປະສັກ ແລະອັດຕະປື ຜູ້ທີ່ອາໄສຢູ່ຕາມແຄມແມ່ນໍ້າຕ່າງໆ ໃຫ້ກຽມພ້ອມຮັບມື ອາດຈະມີຝົນຕົກໜັກ, ນໍ້າໄຫຼແຮງ ອາດຈະເຮັດໃຫ້ເກີດມີສະ ພາວະນ້ຳຖ້ວມ.