ພິທີປະກາດບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ໜ່ວຍພັກຮາກຖານຫ້ອງການເມືອງ ປກສ ແຂວງຄຳມ່ວນ ຈັດຂຶ້ນວັນອາທິດແລ້ວນີ້; ໂດຍການເປັນປະທານຂອງສະຫາຍ ພັທ ສຸວັດ ເທບສົມບັດ ຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີຄະນະ
ຫ້ອງ, ແຂກຮັບເຊີນ ພ້ອມດ້ວຍສະມາຊິກສົມບູນ-ສຳຮອງ, ພະນັກງານ-ນັກຮົບພາຍໃນຫ້ອງການເມືອງ ເຂົ້າຮ່ວມ.

ສະຫາຍ ພັຕ ຄຸດແກ້ວ ບົວຄຳໄຊ ຫົວໜ້າພະແນກກໍ່ສ້າງພັກ ຫ້ອງການເມືອງ ປກສ ແຂວງຄຳມ່ວນ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກ ປກສ ແຂວງຄຳມ່ວນ ສະບັບເລກທີ 179/ຄປຈ.ປກສ.ຄມ ລົງວັນທີ 19 ຕຸລາ 2020 ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະ ນະໜ່ວຍພັກຮາກຖານຫ້ອງການເມືອງ ປກສ ແຂວງຄຳມ່ວນ ໂດຍຕົກລົງແຕ່ງຕັ້ງ ສະຫາຍ ພັທ ຄູນຄຳ ຈອນບຸນຕາ ເປັນເລຂາໜ່ວຍພັກຮາກຖານຫ້ອງການເມືອງ ປກສ ແຂວງຄຳມ່ວນ, ສະຫາຍ ພັທ ສຸກທະວີ ອິນທະລັງສີ ເປັນຮອງເລຂາ.

ໂອກາດດັ່ງກ່າວ ສະຫາຍ ພັທ ສຸວັດ ເທບສົມບັດ ໄດ້ເນັ້ນໃຫ້ຄະນະໜ່ວຍ ພັກຮາກຖານຫ້ອງການເມືອງ ຈົ່ງເອົາໃຈ ໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ເພື່ອສ້າງຖັນແຖວນາຍ ແລະ ພົນຕຳຫຼວດໃຫ້ມີຄວາມອຸ່ນອຽນທຸ່ນ ທ່ຽງ, ມີຄວາມເກັ່ງກ້າສາມາດ, ຄ່ອງ
ແຄ້ວ, ວ່ອງໄວ ໃນການປະຕິບັດວຽກງານວິຊາສະເພາະຂອງຕົນ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນດຳລົງຊີວິດ ແລະ ເຮັດວຽກທີ່ປອດໃສ, ຊື່ສັດບໍລິສຸດ, ມີລະບຽບວິໄນເຂັ້ມງວດ, ມີນຳ້ໃຈເສຍສະລະ, ມີຄວາມຮັບຜິດຊອບສູງ, ເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດ, ການຈັດຕັ້ງມອບໝາຍໃຫ້.