ເມື່ອບໍ່ດົນມານີ້, ພັທ ຄຳເຕົ່າ ກຳລັດ ສາລີ ຮອງຫົວໜ້າກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນຳ້ທາ ພ້ອມດ້ວຍທີມງານ ໄດ້ລົງກວດກາການກໍ່ສ້າງຫ້ອງການກຸ່ມພັດທະນາກຸ່ມບ້ານອຸດົມສິນ ແລະ ກຸ່ມບ້ານທົ່ງໃໝ່ ເພື່ອຮັບປະກັນໃຫ້ໄດ້ດ້ານຄຸນນະພາບຂອງການກໍ່ສ້າງ ແລະ ຖືກແບບທີ່ໄດ້ກຳນົດໄວ້.

ພັຕ ຫຼ້າພັນ ເຫຼືອງໄຊ ຫົວໜ້າ ປກສ ກຸ່ມບ້ານອຸດົມສິນ ໃຫ້ຮູ້ວ່າ: ການກໍ່ສ້າງຫ້ອງການກຸ່ມບ້ານອຸດົມສິນ ແລະ ກຸ່ມ ບ້ານທົ່ງໃໝ່ ແມ່ນໄດ້ລົງມືພ້ອມກັນ ເລີ່ມແຕ່ຕົ້ນເດືອນ ສິງຫາ 2020; ເຊິ່ງມາເຖິງປັດຈຸບັນໄດ້ສຳເລັດແລ້ວປະມານ 70%, ສອງກຸ່ມມີຂະໜາດ ແລະ ມູນຄ່າເທົ່າກັນ ເປັນອາຄານຊັ້ນດຽວ ຂະໜາດ 11×16 ແມັດ, ໂຄງສ້າງເບຕົງເສີມເຫຼັກ, ຫຼັງຄາມຸງດ້ວຍກະເບື້ອງ, ຝາກໍ່ດ້ວຍດິນຈີ່, ພື້ນປູກະໂລ, ປະກອບ ມີຫ້ອງປະຊຸມໜຶ່ງຫ້ອງ, ຫ້ອງການ 2 ຫ້ອງ ແລະ ຫ້ອງນອນລວມໜຶ່ງຫ້ອງ.

ສຳລັບທຶນກໍ່ສ້າງແມ່ນໄດ້ຮັບການຊ່ວຍເຫຼື່ອຈາກຫ້ອງການປົກຄອງເມືອງ, ກອງບັນຊາການ ປກສ ເມືອງ, ຂອງກຸ່ມ ແລະ ລະດົມຈາກພໍ່-ເເມ່ປະຊາຊົນ, ນັກ ທຸລະກິດອ້ອມຂ້າງເມືອງ. ລວມມູນຄ່າການກໍ່ສ້າງທັງສອງຫ້ອງການ 356 ລ້ານກີບ, ຄາດວ່າຈະໃຫ້ສຳເລັດໃນທ້າຍ ປີ 2020.