ບັນຫາຊິງຊັບພົນລະເມືອງ ເປັນປະກົດການຫຍໍ້ທໍ້ໜຶ່ງທີ່ຍັງແກ້ບໍ່ຕົກ, ເຖິງແມ່ນເຈົ້າໜ້າທີ່ ໄດ້ສຸມໃສ່ເຕືອນສະຕິພໍ່ແມ່ປະຊາຊົນ ພ້ອມທັງຈັບ ຕົວຜູ້ກໍ່ເຫດມາດໍາເນີນຄະດີໄດ້ເປັນຈຳນວນຫຼວງຫຼາຍກໍຕາມ ແຕ່ກໍຍັງມີປະກົດການນີ້ເກີດຂຶ້ນລຽນຕິດ; ເຊິ່ງສາເຫດນີ້ສ່ວນໜຶ່ງເກີດຂຶ້ນຈາກບໍ່ແມ່ປະຊາຊົນເລີ່ນເລິ້ ແລະ ເຈົ້າຂອງເຈົ້າຂອງຊັບຂາດສະຕິ, ເຊິ່ງທັງໝົດນີ້ ລ້ວນແລ້ວແຕ່ເປັນໜໍ່ແໜງພາໃຫ້ຄົນບໍ່ດີກໍ່ເຫດຊິງຊັບໄດ້.

ພັທ ສຸບັນໄຊ ບຸນມະວົງ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ໃນເວລາ 13:55 ໂມງ ຂອງວັນທີ 12 ຕຸລາ 2020, ໄດ້ມີຄົນຮ້າຍຂີ່ລົດຈັກມາດຶງເອົາໂທສະສັບຂອງ ນາງ ປາຄໍາ ອາຍຸ 23 ປີ ນັກສຶກສາບ້ານໂນນຄໍ້ໃຕ້ ທີ່ຕະຫຼາດຂົວດິນ ແລ້ວໄດ້ຂີ່ລົດຫຼົບໜີໄປທາງໄຟອໍານາດທາດຝຸ່ນ. ຈາກນັ້ນ, ຜູ້ເສຍຫາຍໄດ້ແຈ້ງຄວາມ ແລະ ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ຈຶ່ງໄດ້ປະສານສົມທົບກັບອໍານາດການປົກຄອງບ້ານ ແລະ ປກສ ກຸ່ມບ້ານ ເກັບກຳຂໍ້ມູນຫຼັກຖານ. ຕົກມາຮອດວັນທີ 27 ຕຸລາ 2020, ສາມາດຈັບ ທ້າວ ທະນົງສິດ ຫຼື ໄກ່ ອາຍຸ 29 ປີ ບ້ານທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ; ຜູ້ກ່ຽວສາລະພາບວ່າ ໃນມື້ເກີດເຫດໄດ້ເຫັນຜູ້ເສຍ ຫາຍຍ່າງໂທລະສັບອອກມາແຕ່ຕະຫຼາດ. ຈາກນັ້ນ, ໄດ້ຂີ່ລົດຈັກຮອນດ້າເວບ 100 ສີຟ້າ-ດໍາ ໝາຍເລກທະບຽນ ດມ 2437 ກໍາແພງນະຄອນ ໄປຮຽງຂ້າງແລ້ວດຶງເອົາໂທລະສັບ ຍີ່ຫຍໍ້ realme 5s ສີຟ້າ ແລ້ວເອົາໄປຂາຍໃຫ້ໄວລຸ້ນທີ່ຢູ່ຮ້ານເກມ ເຂດບ້ານວຽງຈະເລີນ ໃນລາຄາ 150.000 ກີບ. ຈາກນັ້ນ, ໄດ້ນໍາເອົາເງິນເຕີມເຊີເກມອອນລາຍ ຜ່ານມາຜູ້ກ່ຽວໄດ້ລົງມືກໍເຫດຊິງຊັບມາແລ້ວ 16 ຄັ້ງ.

ດ້ວຍເຫດນີ້, ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ຈຶ່ງຝາກເຕືອນສະຕິມາຍັງນັກຮຽນ-ນັກສຶກສາ, ປະຊາຊົນ, ຊາວຄ້າຂາຍ, ຜູ້ປະກອບການຕ່າງໆໃຫ້ມີສະຕິລະວັງຕົວປົກປັກຮັກສາຊັບສິນຂອງຕົນເອງໃຫ້ດີ ເປັນຕົ້ນແມ່ນໃສ່ເຄື່ອງປະດັບທີ່ມີລາຄາແພງ, ພາຍກະເປົາໃນເວລາຂີ່ລົດຈັກ ຫຼື ຍ່າງ ແລະ ສິ່ງຂອງທີ່ມີຄ່າຕ້ອງໃຫ້ມີຄວາມປອດໄພ ເພື່ອບໍ່ໃຫ້ເປັນຊ່ອງວ່າງຂອງກຸ່ມຄົນບໍ່ດີລົງມືຊິງຊັບໄດ້ງ່າຍ.

ຂ່າວ: ບຸນພະຈັນ