ປກສ ແຂວງຫຼວງນໍ້າທາ ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ອົງຄະນະພັກກະຊວງ

0
1111

ວັນທີ 30 ຕຸລາ ຜ່ານມາ ,ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ເຜີຍແຜ່ໂດຍສະຫາຍ ພົຈວ ປອ ບົວວັນ ວົງສາວັນທອງ ຄະນະປະຈຳພັກກະຊວງ, ຫົວໜ້າກົມໃຫຍ່ສັນ ຕິບານ ພ້ອມດ້ວຍຄະນະ,ມີ ພົຈວ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ,ມີຄະນະພັກກອງບັນຊາການ,ຄະນະຫ້ອງ,ປກສ 5ເມືອງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພົຈວ ປອ ບົວວັນ ວົງສາວັນທອງ ໄດ້ຜ່ານມະຕິຂອງຄະນະເລຂາສູນກາງພັກ ສະບັບເລກທີ 160/ຄລສພ, ລົງວັນທີ 24 ກັນຍາ 2020ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານກະຊວງປ້ອງກັນຄວາມສະຫງົບສະໄໝທີ V, ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບໄດ້ມີການຄົ້ນຄວ້າ ແລະຮັບຮອງເອົາຢ່າງເປັນເອກະສັນບົດລາຍງານການເມືອງ ຂອງຄະນະ ພັກກະຊວງສະໄໝທີ IV ເປັນຕົ້ນແມ່ນໄດ້ຕີລາຄາຢ່າງເລິກເຊິ່ງຕໍ່ບັນດາສາເຫດ ທີ່ພາໃຫ້ມີຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນການຈັດຕັ້ງຜ່ານມາ ດ້ານວຽກງານປັບປຸງ-ກໍ່ສ້າງພັກກຳ ລັງປ້ອງກັນຄວາມສະຫງົບໃຫ້ປອດໃສໜັກແໜ້ນ.ໃນການປ່ອນບັດຄັດເລືອກເອົາຄະນະບໍລິ ຫານ ງານພັກກະຊວງ ຊຸດທີ V ເຊິ່ງມີຜູ້ລົງສະໝັກ 31 ສະຫາຍ,ເລືອກເອົາ27 ສະຫາຍ.ໃນນັ້ນ,ໄດ້ເປັນເອກະສັນເລືອກເອົາເລຂາ-ຮອງລາຂາຄະນະພັກກະຊວງ 3 ສະຫາຍ, ເລືອກເອົາຄະນະປະຈຳພັກ ກະຊວງ 9 ສະຫາຍ, ເລືອກເອົາປະທານ-ຮອງປະທານ 4 ສະຫາຍ.

ພົຈວ ປອ ບົວວັນ ວົງສາວັນທອງ ໄດ້ຍົກໃຫ້ເຫັນບາງເນື້ອໃນ ຂອງບົດໂອ້ລົມ ຂອງສະຫາຍ ເລຂາທິ ການໃຫຍ່ ຄະນະບໍລິ ຫານງານສູນກາງພັກ ຕໍ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະ ພັກກະຊວງປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນ ເພີ່ນໄດ້ສະແດງຄວາມຮັກແພງມາຍັງຄະນະບໍລິ ຫານງານພັກກະຊວງ ຊຸດໃໝ່ ທີ່ພວກສະຫາຍໄດ້ເລືອກຕັ້ງຖືກຕ້ອງຕາມລະບຽບພັກ ແລ ະແທດເໝາະກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ເຫັນວ່າ ໂຄງປະກອບຄະນະພັກຊຸດໃໝ່ ລ້ວນແຕ່ສ່ອງແສງໃຫ້ເຫັນເຖີງລັກສະນະສືບທອດຕໍ່ເນື່ອງລະຫວ່າງຮຸ້ນພະນັກງານຢ່າງເໝາະສົມ ເພື່ອເປັນຫົວຈັກຫຼັກແຫຼ່ງແກ່ນສານ ນຳພາ-ຊີ້ນຳ ກະຊວງປ້ອງກັນຄວາມສະຫງົບ ໃນໄລຍະ 5 ປີຕໍ່ໜ້າ, ເຊິ່ງສະແດງເຖີງຄວາມເຊື່ອໝັ້ນ ແລະຄວາມໄວ້ວາງໃຈ ຂອງຜູ່ແທນກອງປະຊຸມ ກໍຄື ຖັນແຖວພະນັກງານ, ສະມາຊິກພັກ, ນາຍແລະພົນຕຳຫຼວດ. ພ້ອມນັ້ນ ເພິ່ນຍັງມອບໝາຍໜ້າທີ່ການເມືອງທີ່ສຳຄັນທີ່ສຸດ ເພື່ອແບກຫາບພາລະອັນໃຫຍ່ຫຼວງໜັກໜ່ວງ ໃນເງື່ອນໄຂສະພາບການໃໝ່.