ປີຜ່ານມາ, ຄະນະໜ່ວຍຊາວໜຸ່ມ ສຳນັກກອງພັນເຄື່ອນທີ່ ປກສ ແຂວງໄຊຍະບູລີ ໄດ້ເອົາໃຈໃສ່ນຳພາສະມາຊິກຊາວໜຸ່ມຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ສອດຫ້ອຍເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາເພາະທີ່ໄດ້ຮັບມອບໝາຍ; ເພື່ອຄັດເລືອກປະເພດສະມາຊິກຊາວໜຸ່ມໃຫ້ຖືກຕ້ອງຕາມຜົນງານຕົວຈິງ ແລະ ສາມາດຄັດເລືອກສະມາຊິກຊາວໜຸ່ມໄດ້ປະເພດແຂງ 53 ສະຫາຍ, ກາງ 2 ສະຫາຍ.

ໃນກອງປະຊຸມສະຫຼຸບປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021 ຂອງໜ່ວຍຊາວໜຸ່ມສຳນັກກອງພັນເຄື່ອນທີ່ ປກສ ແຂວງໄຊຍະບູລີ ໄດ້ຈັດຂຶ້ນວັນທີ 27 ຕຸລາ 2020; ພາຍໃຕ້ການເປັນປະທານຂອງ ຮອ ສິງ ທອງ ສຸລິຍະວົງ ຄະນະຮາກຖານຊາວໜຸ່ມກອງບັນຊາການ ປກສ ແຂວງ ເລຂາໜ່ວຍຊາວໜຸ່ມສຳນັກກອງພັນເຄື່ອນທີ່, ມີ ພັຕ ແສນໄຊ ພົນອາສາ ຄະນະປະຈຳຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຄະນະຮາກຖານຊາວໜຸ່ມກອງບັນຊາການ ປກສ ແຂວງ; ມີຄະນະພັກ-ຄະນະບັນນຊາກອງພັນເຄື່ອນທີ່, ຄະນະຮັບຜິດຊອບ ພ້ອມດວ້ຍສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມ ໄດ້ຍົກໃຫ້ເຫັນວ່າ:

1 ປີຜ່ານມາ, ຄະນະໜ່ວຍຊາວໜຸ່ມ ໄດ້ເອົາໃຈໃສ່ນຳພາສະມາຊິກຊາວໜຸ່ມຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ສອດຫ້ອຍເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາເພາະທີ່ໄດ້ຮັບມອບໝາຍ ໂດຍສະເພາະແມ່ນການກວດກາລາດຕະເວນ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ທັງກາງເວັນ ແລະ ກາງຄືນ, ເອົາໃຈໃສ່ປ້ອງກັນເວນຍາມ ຕະຫຼອດ 24 ຊົ່ວໂມງ; ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງ 4 ບຸກ ດ້ານແນວຄິດສາມາດປະເມີນໄດ້ 9,32%, ບຸກດ້ານເຝິກຝົນຫຼໍ່ຫຼອມຮ່ຳຮຽນ ປະຕິບັດໄດ້ 9,30%, ບຸກດ້ານການຈັດຕັ້ງປະຕິບັດໄດ້ 9,15%, ບຸກ ດ້ານການສ້າງວິຊາຊີບ ແລະ ວຽກເຮັດງານທຳປະຕິບັດໄດ້ 9,04%; ສະມາຊິກຊາວໜຸ່ມໄດ້ປະເພດແຂງ 53 ສະຫາຍ, ກາງ 2 ສະຫາຍ; ປະເພດໜ່ວຍໄດ້ປະເພດແຂງ; ຈາກນັ້ນ, ຄະນະໜ່ວຍ ພ້ອມດ້ວຍສະມາຊິກຊາວໜຸ່ມ ກໍໄດ້ຂຶ້ນຈັບມືແຂ່ງຂັນກັນ ເພື່ອພ້ອມກັນສູ້ຊົນຈັດຕັ້ງປະຕິບັດທິດທາງແຜນການໃຫ້ ບັນລຸຜົນສຳເລັດຕາມລະດັບຄາດໝາຍ.

ພັຕ ແສນໄຊ ພົນອາສາ ໄດ້ເນັ້ນໃຫ້ຄະນະໜ່ວຍ ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກຊາວໜຸ່ມໃຫ້ເປັນປົກກະຕິ, ເປັນເຈົ້າການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍ, ເຂົ້າຮ່ວມຂະບວນການດ້ານຕ່າງໆໃຫ້
ເປັນຂະບວນຟົດຟື້ນ, ຂຸດຄົ້ນທ່າແຮງບົ່ມຊ້ອນເພື່ອສ້າງແຫ່ຼງລາຍຮັບເຂົ້າຄັງລວມໝູ່ໃຫ້ໄດ້ຫຼາຍຂຶ້ນ, ຊຸກຍູ້ສະມາຊິກຊາວໜຸ່ມໃຫ້ມີແນວຄິດຫ້າວຫັນ, ບຸກບືນພັດທະນາຕົນເອງໃນທຸກດ້ານ ເພື່ອພ້ອມກັນຈັດຕັ້ງປະຕິບັດທິດທາງແຜນການທີ່ກອງປະຊຸມໄດ້ວາງໄວ້ໃຫ້ປະກົດ ຜົນເປັນຈິງ.