ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຮ່ວມກັບ ບໍລິສັດ ລ້ານຊ້າງ ປະກັນໄພ ໄດ້ລົງເຜີຍແຜ່ກົດລະບຽບການສັນຈອນ ແລະ ຄວາມປອດໄພທາງຖະໜົນໃຫ້ນັກສຶກສາວິທະຍາໄລເຕັກນິກປາກປ່າສັກ ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ໃນວັນທີ 27 ພະຈິກ 2020, ໂດຍມີ ທ່ານ ບຸນເພັງ ສົມຈັນມະວົງ ຜູ້ອໍານວຍການວິທະຍາໄລເຕັກນິກ ປາກປ່າສັກ, ມີບັນດາຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ພັອ ຄໍາເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ກ່າວວ່າ: ການໂຄສະນາປູກຈິດສໍານຶກກ່ຽວກັບການສັນຈອນທາງຫຼວງ ເພື່ອ ແນໃສເຮັດໃຫ້ຄູ-ອາຈານ ແລະ ນັກສຶກສາໄດ້ຮັບຮູ້, ເຂົ້າໃຈພ້ອມນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມກົດລະບຽບຈະລາຈອນຢ່າງເຂັ້ມງວດ, ແນໃສ່ຫຼຸດຜ່ອນການເກີດອຸບັດຕິເຫດຢູ່ຖະໜົນພາຍໃນນະຄອນຫຼວງວຽງຈັນ ໃຫ້ຫຼຸດລົງຢ່າງຈະແຈ້ງ.

ຈາກນັ້ນ, ຄະນະຮັບຜິດຊອບກໍໄດ້ຂຶ້ນບັນຍາຍເອກະສານເຊິ່ງຫົວຂໍ້ທີ່ນໍາມາບັນຍາຍໃນຄັ້ງນີ້ປະກອບມີ: ສະພາບປະກົດການຫຍໍ້ທໍ້ຕ່າງໆ ກໍ່ຄວາມບໍ່ສະຫງົບ, ບໍ່ເປັນລະບຽບຮຽບຮ້ອຍທີ່ນໍາໃຊ້ລົດໃຊ້ຖະໜົນໃນການເຄື່ອນໄຫວກະທໍາຜິດລະບຽບກົດໝາຍ, ສະພາບການລະເມີດກົດລະບຽບການຈະລາຈອນທາງບົກຂອງຜູ້ຂັບຂີ່, ສະພາບການເກີດອຸບັດຕິເຫດຈະລາຈອນທາງບົກ, ສ້າງຜົນເສຍຫາຍທາງດ້ານສຸຂະພາບ, ຊັບສິນ, ຊີວິດ ເປັນຈໍານວນຫຼາຍ ພ້ອມທັງສາຍພາບວິດີໂອຈາກການບັນທຶກພາບເຫດການການເກີດອຸບັດຕິເຫດ.

ນອກນີ້, ຍັງຍົກໃຫ້ເຫັນສາເຫດຕົ້ນຕໍ່ການເກີດອຸບັດຕິເຫດຢູ່ຕາມເສັ້ນທາງຕ່າງໆທີ່ເກີດຈາກການຂາດການກວດກາສະພາບເຕັກນິກລົດ, ດື່ມສິ່ງມຶນເມົາແລ້ວຂັບລົດ, ການໃຊ້ຄວາມໄວເກີນກໍານົດ, ບໍ່ປ່ອຍສິດ, ລ້ຽວຊ້າຍ-ລ້ຽວຂວາ ແລະ ປ່ຽນທິດທາງເດີນກະທັນຫັນ, ການແຊງ ບໍ່ຮັບປະກັນ, ທີ່ສ້າງຄວາມເສຍຫາຍທາງດ້ານຊັບສິນ, ຊີວິດ ແລະ ສຸຂະພາບ.