ວັນທີ 2 ພະຈິກ ນີ້ , ກົມຊົນລະປະທານ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ນໍາເອົາຈັກສູບນໍ້າໄຟຟ້າຂະໜາດນ້ອຍ 11 ກິໂລວັດ ຈໍານວນ 1 ຊຸດ ມາມອບໃຫ້ໂຮງຮຽນທິດສະດີການເມືອງ ປກສ (ຮທມ) ກົມໃຫຍ່ການເມືອງ ກະຊວງ ປກສ,ກ່າວມອບໂດຍ ທ່ານ ບຸນຄໍາ ສີດາວົງ ຫົວໜ້າກົມຊົນລະປະທານ, ກ່າວຮັບໂດຍ ພັອ ຊາຍຄອງ ເພັດຊະວົງ ຫົວໜ້າອໍານວຍການ ຮທມ,ໂດຍມີ ຄະນະທັງ2ພາກສ່ວນເຂົ້າຮ່ວມ.

ທ່ານ ບຸນຄໍາ ສີດາວົງ ກ່າວວ່າ: ຈັກສູບນໍ້າໄຟຟ້າຂະໜາດນ້ອຍ 11 ກິໂລວັດ ຈໍານວນ 1 ຊຸດ ມູນຄ່າ120.000.000 ກີບ ທີ່ນໍາມາມອບໃນຄັ້ງນີ້ ເພື່ອປະກອບສ່ວນເຂົ້າໃນການຕ້ານໄພຖ້ວມໃຫ້ໂຮງຮຽນທິດສະດີການເມືອງ ປກສ, ໂດຍສະເພາະເວລາຝົນຕົກແຮງເຮັດໃຫ້ອ້າງເກັບນໍ້າເສຍຂອງ ຂອງໂຮງຮຽນເຕັມ ເຮັດໃຫ້ມີນໍ້າຖ້ວມ,ນໍ້າຂັງ ພາຍໃນເດີນໂຮງຮຽນ ເຊິ່ງຈະໄດ້ໃຊ້ຈັກສູບນໍ້າດັງກ່າວສູບນໍ້າອອກ ເພື່ອເຮັດໃຫ້ການໄປມາ ແລະ ການເປັນຢູ່ຂອງຄູ-ອາຈານ ແລະ ນັກສຶກສາພາຍໃນໂຮງຮຽນ ມີຄວາມສະດວກດີຂຶ້ນ.

ພັອ ຊາຍຄອງ ເພັດຊະວົງ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງທ່ານບຸນຄໍາ ສີດາວົງ ພ້ອມດ້ວຍຄະນະທີ່ໄດ້ນໍາເອົາຈັກສູບນໍ້າດັ່ງກ່າວ ມາມອບໃຫ້ ຮທມໃນຄັ້ງນີ້, ພ້ອມກ່າວອອຍພອນໃຫ້ກົມຊົນລະປະທານ ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກໃນຊີວິດສ່ວນຕົວ,ຄອບຄົວ, ພ້ອມກັນສືບຕໍ່ຊີ້ນໍາ-ນໍາພາ ແລະ ປະຕິບັດວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນສໍາເລັດ ແລະ ມີຄວາມຈະເລີນກ້າວໜ້າຍິ່ງໆຂຶ້ນ.