ປະທານສະມາຄົມເສດຖະກິດ-ວັດທະນະທໍາ ລາວ-ຈີນ ເຂົ້າຢ້ຽມຂໍ່ານັບ ລັດຖະມົນຕີ ປກສ

0
1193

ໃນວັນທີ 4 ພະຈິກ 2020, ທ່ານ ນາງ ແຂວະລີ ວົງສຸທິ ປະທານສະມາຄົມເສດຖະກິດ ແລະ ວັດທະນະທຳລາວ-ຈີນ ໄດ້ເຂົ້າຢ້ຽມຂໍ່ານັບ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ເພື່ອເປັນການຂໍທິດຊີ້ນຳກ່ຽວກັບວຽກງານການຮ່ວມມືສະມາຄົມເສດຖະກິດ ແລະ ວັດທະນະທຳລາວ-ຈີນ ກັບບັນດາກະ ຊວງທີ່ກ່ຽວຂ້ອງຢູ່ ສປປ ລາວ.

ໂອກາດດັ່ງກ່າວ, ທ່ານ ນາງ ແຂວະລີ ວົງສຸທິ ໄດ້ລາຍງານສະພາບ ແລະ ການເຄື່ອນໄຫວວຽກງານດ້ານຕ່າງໆ ຂອງສະມາຄົມເສດຖະກິດ ແລະ ວັດທະນາທຳລາວ-ຈີນ ໃຫ້ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ຮູ້ເຂົ້າໃຈກ່ຽວກັບພາລະບົດບາດ,ແຜນ ການເຄື່ອນໄຫວ ແລະ ການຮ່ວມມືກັບບັນດາອົງການ, ຂະແໜງການຕ່າງໆ ເປັນຕົ້ນແມ່ນ ພະນັກງານພາກລັດ, ເອກະຊົນ, ນັກທຸລະກິດ, ບໍລິສັດວິສາຫະກິດ ແລະ ເອກະຊົນທີ່ມີອຸດົມການ ແລະ ວິໄສທັດດຽວກັນ.

ໂອກາດນີ້, ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບລາວ ກໍໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ສະມາຄົມທີ່ໄດ້ເຄື່ອນໄຫວກິດຈະກຳຕ່າງໆໃນໄລະຜ່ານມາ ພ້ອມທັງໃຫ້ທິດຊີ້ນຳໃນການເຄື່ອນໄຫວວຽກງານຕ່າງໆຂອງສະມາຄົມເສດຖະກິດ ແລະ ວັດທະນະທໍາລາວ-ຈີນ ກັບບັນກະຊວງ ແລະ ອົງການທີ່ກ່ຽວຂ້ອງ ເພື່ອໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະບັນລຸຕາມຈຸດປະສົງທີ່ວາງໄວ້.