ວັນທີ 4 ພະຈິກ ນີ້,ກອງປະຊຸມກວດກາ,ປະເມີນຜົນການຈັດຕັ້ງປະຕິບັດຂະບວນການແຂ່ງຂັດ 4 ບຸກຕິດພັນກັບ18 ຂໍ້ແຂ່ງຂັນຂອງຄະນະ ບໍລິຫານງານຊາວໜຸ່ມ ກະຊວງ ປກສ ຄັ້ງທີ III ປະຈຳປີ 2020, ໄດ້ຈັດຂຶ້ນໂດຍມີ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ທ່ານ ແສງດາວ ແກ້ວຊາວມະນີ ຫົວໜ້າກົມກວດກາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ,ມີບັນດາຄະນະພັກ,ຄະນະບໍລິ ຫານງານ, ພ້ອມດ້ວຍກົມກອງອ້ອມຂ້າງກະຊວງ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.

ພັທ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ກ່າວວ່າ:ໄລຍະຜ່ານມາ, ຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ ພວກເຮົາໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັກກົກໃຫ້ແກ່ສະມາຊິກຊາວໜຸ່ມ ໃນ18 ກົມກອງອ້ອມຂ້າງກະ ຊວງ ປກສ ດ້ວຍຫຼາຍຮູບການ ເພື່ອຍົກສູງທາງດ້ານການເມືອງໃຫ້ມີຄວາມໜັກແໜ້ນ,ມີຄຸນສົມບັດສິນທຳປະຕິວັດແນໃສ່ສ້າງທັດສະນະແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມ ໄດ້ຮັບຮູ້ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ.

ສ້າງເງື່ອນໄຂແລະອຳນວຍຄວາມສະດວກໃຫ້ໜ່ວຍຊາວໜຸ່ມບັນດາກົມກອງອ້ອມຂ້າງ ໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເນື້ອໃນ 4 ບຸກຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານວິຊາສະເພາະໃນການນຳພາສະມາຊິກຊາວ ໜຸ່ມ ເຂົ້າຮ່ວມຂະບວນການກິດຈະກຳຕ່າງໆຂອງພັກ -ລັດ, ກົມກອງລວມໝູ່ ແລະ ຊາວໜຸ່ມຈັດຂຶ້ນເປັນປົກກະຕິ.

ທິດທາງຄາດໝາຍສູ້ຊົນໃນຕໍ່ໜ້າ, ຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ ຈະສຸມໃສ່ໃນການນໍາພາສຶກສາອົບຮົມຖັນແຖວສະມາຊິກຊາວໜຸ່ມ ເພື່ອຍົກສູງທາງດ້ານຄຸນທາດການເມືອງໃຫ້ມີຄວາມໜັກແໜ້ນ ມີຄຸນສົມບັດສິນທຳປະຕິວັດດ້ວຍຫຼາຍຮູບການ, ນຳເອົາສະມາ ຊິກຊາວໜຸ່ມເຂົ້າຮ່ວມຂະບວນການກິດຈະກຳຕ່າງໆ ເຊັ່ນ: ເຂົ້າຮ່ວມບັ້ນດຳເນີນຊີວິດການເມືອງ,ປະຕິບັດລະບອບສ່ອງແສງລາຍງານ,ເຂົ້າຮ່ວມເຊື່ອມຊຶມເອກະສານມູນເຊື້ອຂອງພັກ-ລັດໃຫ້ນັບມື້ຫຼາຍຂຶ້ນ.

ປຸກລະດົມໃຫ້ສະມາຊິກຊາວໜຸ່ມໃຫ້ມີຄວາມຫ້າວຫັນໃນການປະຕິ ບັດວຽກງານວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້ມີຄວາມຮັບຜິດ ຊອບສູງ,ຍົກລະດັບຄວາມຮູ້ຄວາມສາມາດຂອງຕົນໃຫ້ສູງຂຶ້ນ ເພື່ອເຮັດໃຫ້ຕົນເອງກາຍເປັນສະມາຊິກຊາວໜຸ່ມທີ່ດີ, ເປັບແບບຢ່າງໃຫ້ແກ່ມະ ຫາຊົນ ແລະ ເປັນຜູ້ສືບທອດທີ່ດີໃນອະນາຄົດ.