ຫຼັງຈາກໄດ້ຮັບແຈ້ງຄວາມຈາກປະຊາຊົນ ກ່ຽວກັບ ການຖືກກຸ່ມແກ້ງຕົ້ມຕຸນຊັບ ມາໃນຮູບແບບຕົວະເປັນພະນັກງານຈາກ ບໍລິສັດຫວຍພັດທະນາ ແລະ ຕົວະເອົາເງິນນຳປະຊາຊົນ ລວມມູນຄ່າເສຍຫາຍຫຼາຍຕື້ດົ່ງ. ຈາກນັ້ນ, ເຈົ້າໜ້າທີ່ ໄດ້ຕິດຕາມຈັບຕົວເປົ້າໝາຍຕົ້ມຕຸນຊັບພົນລະເມືອງມາໄດ້ 8 ຄົນ.

ເຊິ່ງຜ່ານການດຳເນີນສືບສວນ-ສອບສວນ, ພວກກ່ຽວທັງໝົດແມ່ນຍາດພີ່ນ້ອງກັນເອງ, ກຸ່ມແກ້ງນີ້ແມ່ນໄດ້ພົວພັນເຊື່ອມໂຍງເຂົ້າກັນ ແລະ ຊ່ຽວຊານໃນການສໍ້ໂກງຊັບສິນຂອງປະຊາຊົນ ໃນບັນດາແຂວງ ໃນເຂດພາກໃຕ້ ຂອງ ປະເທດຫວຽດນາມ, ຮູບແບບ ແລະ ວິທີການລົງມືຕົ້ມຕຸນຊັບຂອງພວກກ່ຽວ ແມ່ນພະຍາຍາມເຂົ້າຫາປະຊາຊົນທີ່ມີຄວາມຕ້ອງການຂາຍເຮືອນ, ດິນ ຫຼື ມີການພົວພັນກັບອະສັງຫາລິມະຊັບ, ຫຼັງຈາກນັ້ນ ພວກເຂົາຈະອ້າງວ່າເປັນພະນັກງານ ແລະ ຜູ້ນຳບໍລິສັດຫວຍພັດທະນາ ເພື່ອດຳເນີນແຜນການຕົ້ມຕຸນເອົາຊັບຂອງປະຊາຊົນ.

ທ້າວ ຫວໍວັນຕວັນ (ເກີດໃນປີ 1975, ຢູ່ຕາແສງຮວ່າແຈງ, ເມືອງຢູມິ້ງເທື້ອງ, ແຂວງກ້ຽນຊ້າງ) ບໍ່ມີອາຊີບທີ່ໝັ້ນຄົງ. ທ້າວ ຕວັນ ມັກມາພົວພັນກັບກຸ່ມນັກເລງຫຼິ້ນກິນຟູມເຟືອຍ ແລະ ເກີດມີແນວຄິດກ່ຽວກັບວິທີຫຼອກລວງຊັບສິນ.

ໄລຍະປີ 2019, ທ້າວ ຕວັນ ໄດ້ເຂົ້າໄປຄົ້ນຄວ້າວິທີການຕ່າງໆໃນເວັບໄຊ ທີ່ລົງໂຄສະນາຂາຍອະສັງຫາລິມະຊັບ ແລະ ບັນທຶກເບີໂທລະສັບຂອງຄົນທີ່ຕ້ອງການຕິດຕໍ່ເຮັດທຸລະກຳ; ທ້າວ ຕວັນ ໄດ້ໂທລະສັບໄປສອບຖາມຂໍ້ມູນກ່ຽວກັບອະສັງຫາລິມະຊັບ ແລະ ອ້າງວ່າເປັນຜູ້ຊອກຊື້ດິນ-ເຮືອນໃຫ້ຫົວໜ້າ. ຫຼັງຈາກລົມກັນແລ້ວ, ທ້າວ ຕວັນ ໄດ້ບອກເຈົ້າຂອງເຮືອນວ່າ ຂ້ອຍຈະສົ່ງເບີໂທລະສັບຫົວໜ້າຂ້ອຍໃຫ້ ເພື່ອຈະໄດ້ໂທລະສັບຫາ ແລະ ຕົກລົງກັນໂດຍກົງ, ເມື່ອເວົ້າຈົບແລ້ວ ທ້າວ ຕວັນ ກໍວາງສາຍແລ້ວດຳເນີນແຜນການຕໍ່ໄປ.

ເມື່ອຜູ້ເຄາະຮ້າຍຫຼົງເຊື່ອວ່າ ຈະເປັນໄປຕາມການສະເໜີຂອງຜູ້ກ່ຽວແທ້ ກໍກົດໂທລະສັບ ແລະ ໂທຫາເບີໂທຕາມທີ່ຜູ້ກ່ຽວສົ່ງໃຫ້. ໃນເວລານີ້, ທ້າວ ຕວັນ ກໍເປັນຄົນຮັບໂທລະສັບເບີດັ່ງກ່າວ ແຕ່ປ່ຽນສຽງເວົ້າໃຫ້ເປັນສຽງຂອງຄົນທີ່ມີອາຍຸຫຼາຍກວ່າ (ເປັນສຽງຂອງຜູ້ເຖົ້າ), ແລ້ວສືບຕໍ່ປຶກສາຫາລື ແລະ ຕົກລົງກັບຄົນທີ່ຕ້ອງການຂາຍດິນ; ເຊິ່ງບາງຄຳເວົ້າ ໄດ້ຕົກລົງກັນວ່າ: ຂ້ອຍຕົກລົງທີ່ຈະຊື້ດິນຂອງເຈົ້າ ໃນລາຄາທີ່ເຈົ້າສະເໜີມາ. ສະນັ້ນ, ໃຫ້ຕົກລົງກັບລູກນ້ອງຂອງຂ້ອຍ ເພື່ອຊອກຫາວັນເວລາໄປເບິ່ງດິນ ແລະ ເຮັດເອກະສານສັນຍາການໂອນເງິນ.

ທ້າວ ຕັວນ ໄດ້ເຮັດທຸກວິທີທາງ ເພື່ອເຮັດໃຫ້ເຫຍື່ອຕາຍໃຈ ແລະ ຫຼົງເຊື່ອຜູ້ກ່ຽວແບບບໍ່ມີຂໍ້ສົງໄສ ຈາກນັ້ນກໍດຳເນີນຕາມແຜນການທີ່ວາງໄວ້. ວິທີການຕົ້ມຕຸນຂອງພວກກ່ຽວດັ່ງທີ່ກ່າວຂ້າງເທິງນັ້ນ ຜູ້ກ່ຽວໄດ້ເຮັດສຳເລັດກັບຫຼາຍຜູ້ເຄາະຮ້າຍທີ່ຫຼົງເຊື່ອຄຳເວົ້າຂອງຜູ້ກ່ຽວ, ຜູ້ກ່ຽວສາມາດຕົ້ມຕຸນເອົາຊັບຈາກຄົນທີ່ເປັນຜູ້ເຄາະຮ້າຍໄດ້ຈຳນວນຫຼາຍ.

ຕາມການລາຍງານຂອງປະຊາຊົນຜູ້ຖືກເຄາະຮ້າຍ, ຫ້ອງຕຳຫຼວດອາຍາ ຈຶ່ງໄດ້ລາຍງານຕໍ່ເຖິງ ຫົວໜ້າກອງບັນຊາການຕຳຫຼວດ ນະຄອນເກິ່ນເທີ ເພື່ອຈັດຕັ້ງພະນັກງານລົງຕິດຕາມຂຶ້ນບັນຊີເປົ້າໝາຍ, ເຊິ່ງຜ່ານການຕິດຕາມ ເຈົ້າໜ້າທີ່ ສາມາດຮູ້ໄດ້ວ່າ: ບໍ່ພຽງແຕ່ແມ່ນຜູ້ກ່ຽວຈະສາມາດລົງມືເຮັດສຳເລັດຕາມແຜນການທັງໝົດໄດ້ ມັນຕ້ອງມີຜູ້ປຶກສາ, ຜູ້ວາງແຜນການ ແລະ ຜູ້ຊ່ວຍແຮງຈາກອີກຫຼາຍຄົນ. ດັ່ງນັ້ນ, ທ່ານຫົວໜ້າກອງບັນຊາການຕຳຫຼວດ ນະຄອນເກິ່ນເທີ ຈຶ່ງໄດ້ມີທິດຊີ້ນຳ ຫ້ອງຕຳຫຼວດອາຍາ ໃຫ້ຂຶ້ນແຜນການ ແລະ ວາງແຜນມ້າງລາຍຄະດີນີ້ຢ່າງຮີບດ່ວນ ພ້ອມທັງຕິດຕາມຈັບກຸ່ມເປົ້າໝາຍໃຫ້ໄດ້ຢ່າງຮັບປະກັນ.

ທີ່ເຂດນິ້ງກ່ຽວ, ທ້າວ ຕວັນ ສາມາດຕົ້ມຕຸນຊັບສຳເລັດ 2 ຄົນ ໄດ້ເງິນ 600 ລ້ານດົ່ງ. ເຊິ່ງຮູບການເຄື່ອນໄຫວຂອງຜູ້ກ່ຽວ ແມ່ນ ທຸກໆມື້ນອກຈາກຈະເຄື່ອນໄຫວຕົ້ມຕຸນເລື່ອງຊື້ດິນ-ເຮືອນແລ້ວ ຜູ້ກ່ຽວຍັງໂທລະສັບຫາຫຼາຍຄົນຕາມເບີໂທລະສັບ ເພື່ອບອກເລກ ແລະ ໃຫ້ຊື້ໃນແຕ່ລະມື້ ເຊິ່ງຜູ້ກ່ຽວຈະບອກແຕ່ເລກ 00-99; ຖ້າຄົນໃດຊື້ຖືກ ຜູ້ກ່ຽວຈະໂທລະສັບກັບໄປຫາ ແລ້ວບອກໃຫ້ຊື້ຫຼາຍຂຶ້ນອີກ, ເມື່ອຜູ້ທີ່ຕົກລົງຊື້ຕາມ ທ້າວ ຕວັນ ແນະນຳ, ທ້າວ ຕວັນ ຈະສະເໜີໃຫ້ໂອນເງິນເຂົ້າມາຫາຕົນເອງ ເພື່ອເປັນເງິນມັດຈຳ. ຫຼັງຈາກທີ່ຜູ້ກ່ຽວໄດ້ຮັບເງິນ ກໍຈະບອກເລກໃຫ້ທົ່ວໄປ ເມື່ອຜູ້ຊື້ຖືກຕາມຜູ້ກ່ຽວເອົາໃຫ້ອີກ ຜູ້ກ່ຽວກໍຈະຮຽກຮ້ອງໃຫ້ໂອນເງິນມາໃຫ້ອີກ. ເມື່ອຜູ້ຖືກເລກທີ່ກຳລັງດີໃຈ ເວລາໄດ້ຟັງຜູ້ກ່ຽວເວົ້າຫຍັງກໍເຊື່ອໝົດ ເພື່ອຈະໃຫ້ຖືກເລກງວດຕໍ່ໄປ ກໍຈະເຮັດຕາມຜູ້ກ່ຽວເວົ້າທຸກຢ່າງ, ໃນກະລະນີທີ່ຄົນບໍ່ຖືກ ທ້າວ ຕວັນ ຈະບັຼອກໝາຍເລກໂທລະສັບ ແລະ ເອົາເງິນທີ່ພວກກ່ຽວໂອນມາໃຫ້ມັດຈຳ ໃນກ່ອນໜ້ານັ້ນ ທັງໝົດ.