ສະຖານທູດໄທ ມອບອຸປະກອນການສອນ-ການຮຽນໃຫ້ ໂຮງຮຽນວັດທະນະທໍາ ຫຼັກ 67

0
887

ວັນທີ 5 ພະຈິກ 2020, ສະຖານທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ໄດ້ມອບອຸປະກອນການສອນການຮຽນໃຫ້ໂຮງຮຽນວັດທະ ນະທໍາຫຼັກ 67 ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ລວມມູນຄ່າ 30.000.000 ກີບ,ກ່າວມອບໂດຍທ່ານ ນາງ ອຸຣະວະດີ ສີພິຣົມ ອຸປະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ,ກ່າວຮັບໂດຍ ພັທ ທະວີພອນ ຮັກໜໍ່ລາດ ຫົວໜ້າອຳນວຍການ ໂຮງຮຽນວັດທະນະທຳຫຼັກ67,ມີ ພັອ ບຸນມີ ມັກຄະວານ ຫົວໜ້າກົມກໍ່ສ້າງກຳລັງ, ພ້ອມດ້ວຍຄະນະອໍານວຍການ,ຕ່າງໜ້າກະຊວງການຕ່າງປະເທດ, ກົມພົວພັນຕ່າງປະເທດ ແລະ ພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ນາງ ອຸຣະວະດີ ສີພິຣົມ ກ່າວວ່າ: ການຊ່ວຍເຫຼືອອຸປະກອນການສອນ-ການຮຽນ ໃຫ້ກົມໃຫຍ່ການເມືອງ ກໍຄືໂຮງຮຽນວັດທະນະທໍາ ຫຼັກ67 ຂອງກະຊວງປ້ອງກັນຄວາມສະຫງົບສປປລາວ ຄັ້ງນີ້,ເປັນການປະກອບສ່ວນອັນສໍາຄັນໃນວາລະໜຶ່ງຂອງປະເທດໄທ ເພື່ອເປັນການ ສະໜັບສະໜູນໃນວຽກງານການສອນ-ການຮຽນ, ສົ່ງເສີມໃນການສ້າງບຸກຄະລາກອນຂອງ ສປປ ລາວ ເວົ້າເພາະແມ່ນການພັດທະນາກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງຂຶ້ນຕາມຍຸກສະໄໝຕາມການພັດທະນາສັງຄົມ.ອຸປະກອນການສອນ-ການຮຽນ ທີ່ນໍາມາມອບ ມີ: ກ້ອງຈຸລະທັດ 2 ຕາ ຈຳນວນ 6 ໜ່ວຍ ພ້ອມຄູ່ມືເຕັກນິກການໃຊ້ກ້ອງ, ເຄື່ອງຊັ່ງແບບຄານຂະໜາດນ້ອຍ (ທິບໂປແບມ) 1 ເຄື່ອງ, ເຄື່ອງຊັ່ງວິເຄາະໄຟຟ້າ2 ເຄື່ອງ ແລະ ວິດີໂອສື່ສານ ການສອນ-ການປະຕິບັດວິທະຍາສາດ.

ໃນພິທີ, ພັອ ບຸນມີ ມັກຄະວານ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາກົມໃຫຍ່ການເມືອງ,ຕາງໜ້າໃຫ້ໂຮງຮຽນວັດ ທະນະທໍາຫຼັກ67 ສະແດງ ຄວາມຂອບໃຈມາຍັງທ່ານ ອຸປະທູດ ແຫ່ງຣາຊະອານາຈັກໄທ ປະຈຳສປປ ລາວ ພ້ອມດ້ວຍຄະນະທີ່ໄດ້ນຳເອົາອຸປະກອນການຮຽນການສອນ ມາມອບໃຫ້ໂຮງຮຽນວັດທະນະທຳ ຫຼັກ67ຂອງກະຊວງປ້ອງກັນຄວາມສະຫງົບລາວຄັ້ງນີ້,ອຸປະກອນດັ່ງກ່າວຈະໄດ້ໝູນໃຊ້ເຂົ້າໃນວຽກງານ ການສອນການຮຽນໃຫ້ເກີດປະໂຫຍດສູງສຸດ.