ກອງບັນຊາການ ປ້ອງກັນເຄື່ອນທີ່ ສະຫຼຸບວຽກງານ ປະຈຳໄຕມາດ III

0
1141

ວັນທີ 5 ພະຈິກ 2020, ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບຈັດກອງປະຊຸມສະຫຼຸບວຽກງານ ປະຈໍາໄຕມາດ III ແລະ ວາງທິດທາງແຜນການປະຈໍາໄຕມາດ IV, ໂດຍການເປັນປະທານຂອງ ພົຈວ ຈັນສະແຫວງ ທິບຄູນທອງ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່,ມີຄະນະພັກຄະນະກອງບັນຊາການ ແລະ ພະນັກງານນັກຮົບເຂົ້າຮ່ວມ

ພັອ ພູນສະຫວັນ ພັນທະເສນາ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ກ່າວວ່າ: ໃນໄລຍະ 3 ເດືອນຜ່ານມາ ເຫັນວ່າ ການປະຕິບັດວຽກງານວິຊາສະເພາະ ມີຜົນສໍາເລັດໂດຍພື້ນຖານ, ປ້ອງກັນງານບຸນປະເພນີ ແລະ ບຸກຄົນຕາມການມອບໝາຍ ມີຄວາມສະຫງົບປອດໄພ 100% ທັງໝົດ 30 ຄັ້ງ, ປ້ອງກັນໂຄງການເສັ້ນທາງລົດໄຟລາວ-ຈີນ,ປ້ອງກັນການເຄື່ອນຍ້າຍວັດຖຸມີຄ່າ ແລະ ຫ້າງຮ້ານມີຄວາມສະຫງົບ ປອດໄພເປັນຢ່າງດີ,ໄດ້ຊີ້ນຳນຳພາວຽກງານປະຈຳການຕະຫຼອດ 24 ຊົ່ວໂມງ ແລະ ເຄື່ອນໄຫວສາຍກວດລົດກະບະ, ລົດຈັກສະເກມຕາມຈຸດຫຼໍ່ແຫຼມທີ່ໄດ້ກໍານົດໄວ້ ເພື່ອສະກັດກັ້ນສະພາບປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນນະຄອນຫຼວງວຽງຈັນ ໃຫ້ມີຄວາມສະຫງົບປອດໄພ, ຊີ້ນຳນຳພາສະແດງວິຊາສະເພາະຂອງແຕ່ລະເລົ່າຮົບກໍາລັງປ້ອງກັນເຄື່ອນທີ່ ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ.

ທິດທາງແຜນການໃນ 3 ເດືອນຕໍ່ໜ້າ,ຄະນະພັກແຕ່ລະຂັ້ນຈະສືບຕໍ່ຊີ້ນໍານຳພາ ໃນການປະຕິບັດວຽກງານວິຊາສະເພາະຕາມພາລະບົດບາດເປັນຕົ້ນແມ່ນ ເກັບກຳສະພາບການເຄື່ອນໄຫວຂອງພວກກຸ່ມຄົນບໍ່ດີ,ພ້ອມທັງມີແຜນການ, ວິທີການຕິດຕາມເປົ້າໝາຍຢ່າງຮັດກຸ່ມ ແລະ ປະສານສົມທົບກັບທຸກພາກ ສ່ວນທີ່ກ່ຽວຂ້ອງໃຫ້ມີປະສິດທິຜົນສູງ, ເພີ່ມທະວີວຽການປະຈຳການຕະຫຼອດ24 ຊົ່ວໂມງແລະ ເຄື່ອນໄຫວສາຍກວດລົດກະບະ,ລົດຈັກສະເກມ,ຕາມຈຸດຫຼໍ່ແຫຼມທີ່ໄດ້ກໍານົດໄວ້ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ທີ່ອາດຈະກີດຂຶ້ນໃນນະຄອນຫຼວງວຽງຈັນ.