ວັນທີ 4 ພະຈິກ ຜ່ານມາ, ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊີ້ນໍາວຽກງານ ຢູ່ທີ່ ກອງບັນຊາການປກສ ເມືອງທ່າພະບາດ, ໂດຍມີຄະນະພັກ ຄະນະກອງບັນຊາການ ປກສ ເມືອງທ່າພະບາດ, ພະນັກງານນໍາພາບັນຊາ ພ້ອມດ້ວຍພະນັກງານນັກຮົບ ເຂົ້າຮ່ວມ.

ພັທ ດວງໄຊ ຈັນທະວັງໂສ ຫົວໜ້າກອງບັນຊາການ ປກສ ເມືອງທ່າພະບາດ ໄດ້ລາຍງານສະພາບການເຄື່ອນໄຫວຊີ້ນໍານໍາພາ, ການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ທົ່ວ ປກສ ເມືອງທ່າພະບາດ ໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການເຄື່ອນໄຫວວຽກງານ, ສະພາບການຕ່າງໆທີ່ເກີດຂຶ້ນຢູ່ພາຍໃນເມືອງທ່າພະບາດ ເຊັ່ນ:

ການເຄື່ອນໄຫວຄ້າຂາຍເຖື່ອນ, ບັນຫາການເກີດອຸບັດຕິເຫດຕາມທ້ອງຖະໜົນ, ການເເພ່ລະບາດຂອງພະຍາດໂຄວິດ-19 ແລະ ສະພາບປະກົດການຫຍໍ້ທໍ້ຕ່າງໆ

ຕໍ່ກັບບັນຫາດັ່ງກ່າວ, ຄະນະພັກ ຄະນະກອງບັນຊາການ ໄດ້ສຸມໃສ່ນໍາພາເຄື່ອນໄຫວສະກັດກັ້ນ ແລະ ແກ້ໄຂໄດ້ທັນການ ເຊິ່ງໄດ້ເຮັດໃຫ້ເມືອງທ່າພະບາດ ມີຄວາມສະຫງົບທາງດ້ານການເມືອງ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ.

ໂອກາດນີ້, ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ກໍໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ບັນດາຄະນະ ພັກ ຄະນະກອງບັນຊາການ ເອົາໃຈໃສ່ສຶກສາອົບຮົບການເມືອງນໍາພາແນວຄິດໃຫ້ແກ່ພະນັກງານນັກຮົບ ຢ່າງເປັນປົກກະຕິຕໍ່ເນື່ອງ, ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີແບບແຜນນໍາພາແບບແຜນວິທີເຮັດວຽກຢ່າງມີວິທະຍາສາດ, ມີລະບຽບວິໄນເຂັ້ມງວດ ແລະ ຍົກສູງສະຕິຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານການເມືອງຂອງພັກ ກໍຄື ວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່.

ນອກຈາກນີ້, ກໍໃຫ້ເພີ່ມທະວີສະກັດກັ້ນ, ຕ້ານ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ໃນສັງຄົມ ເພື່ອເເນໃສ່ຮັບປະກັນໃຫ້ການເຮັດວຽກງານປ້ອງກັນຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍໃນທົ່ວເມືອງທ່າພະບາດ ນັບມື້ນັນດີຂຶ້ນເລື້ອຍໆ.