ປກສ ແຂວງໄຊສົມບູນ ສະຫຼຸບບັ້ນປ້ອງກັນກອງປະຊຸມໃຫຍ່ຜູ້ແທນ ຂອງຄະນະບໍລິຫານງານພັກແຂວງ

0
600

ໃນອາທິດຜ່ານມາ, ກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ຈັດພິທີສະຫຼຸບບັ້ນປ້ອງກັນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ I ຂອງຄະນະບໍລິ ຫານງານພັກແຂວງ,ເປັນທານໂດຍ ພັອ ໂອລົມ ອິນທະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ,ມີຄະນະພັກຄະນະບັນຊາ, ພ້ອມດ້ວຍພະນັກງານນັກຮົບປກສ ແຂວງເຂົ້າຮ່ວມ.

ໃນພິທີ, ພັທ ວຽງສະຫວັນ ໄຊຍະເພັດ ຮອງຫົວໜ້າຫ້ອງການ ປກສ ແຂວງສະຫຼຸບຕໍ່ກອງປະຊຸມ ໄດ້ສະຫຼຸບໃຫ້ຮູ້ວ່າ: ຕະ ຫຼອດໄລຍະການປ້ອງກັນກອງບັນຊາການ ປກສ ແຂວງ ໄດ້ອີງໃສ່ແຜນແມ່ບົດປ້ອງກັນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ແຜນບັນຈຸກຳລັງປ້ອງກັນ, ແບ່ງຄວາມຮັບຜິດຊອບ-ມອບໝາຍໜ້າທີ່ໃຫ້ບັນດາຫ້ອງ,ກອງພັນ, ຄ້າຍຄຸມຂັງ ແລະ ປກສ5 ເມືອງ, ແນະນຳວິທີການຈັດຕັ້ງປະຕິບັດໜ້າທີ່ໃຫ້ແຕ່ລະພາກສ່ວນບຸກຄົນຢ່າງລະອຽດ,ປະກອບອາວຸດຍຸດໂທປະກອນ,ເຄື່ອງມືວິຊາສະເພາະ ແລະ ພາຫະນະຄົບຖ້ວນໃຫ້ບັນດາເຫຼົ່າຮົບວິຊາສະເພາະ, ເອົາໃຈໃສ່ເຄື່ອນໄຫວເກັບກໍາສະພາບການ, ປະຕິບັດລະບອບບັນຊາລວມສູນແຕ່ເທິງລົງລຸ່ມ, ສ່ອງແສງລາຍງານສະພາບການເປັນປົກກະຕິ, ແກ້ໄຂຄໍາສະເໜີ ແລະ ກໍລະນີຕ່າງໆທີ່ເກີດຂຶ້ນໃຫ້ທັນເຫດການ. ນອກນັ້ນ, ຍັງໄດ້ປະສານສົມທົບກັບກຳລັງກໍ່ສ້າງຮາກຖານການເມືອງ,ທະຫານແຂວງ,ກອງພັນໃຫຍ່101,ຫ້ອງການ ປກຊ-ປກສ ແລະ ພາກສ່ວນທີ່ກ່ຽວຂ້ອງຢ່າງໜັກແໜ້ນ ເພື່ອເຮັດໃຫ້ແຂວງມີສະຖຽນ ລະພາບທາງດ້ານການເມືອງ,ສັງຄົມມີຄວາມສະຫງົບປອດໄພ ເພື່ອເຮັດໃຫ້ບັ້ນປ້ອງກັນໄດ້ຮັບຜົນສຳເລັດຢ່າງຈົບງາມ.

ໃນກອງປະຊຸມ, ຍັງໄດ້ຜ່ານແຈ້ງການຂອງຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 3579/ຫວກ, ລົງວັນທີ 27 ຕຸລາ 2020 ກ່ຽວກັບການເຂົ້າ-ອອກ ກະຊວງປ້ອງກັນຄວາມສະຫງົບ ແລະ ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງໄຊສົມບູນ ສະບັບເລກທີ2089/ປກສ.ຊບ,ລົງວັນທີ 20 ຕຸລາ 2020ວ່າດ້ວຍການເລື່ອນຊັ້ນໃຫ້ພົນຕໍາຫຼວດ ຈໍານວນ 2 ສະຫາຍ.ໃນນີ້, ເລື່ອນສິບເອກ ຂຶ້ນຊັ້ນວາທີ 1 ສະຫາຍ ແລະ ສິບຕີ ຂຶ້ນສິບໂທ 1 ສະຫາຍ.