ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ຈັດພິທີມອບ-ຮັບເງິນອຸດໜູນເສຍອົງຄະໃຫ້ພະນັກງານ-ນັກຮົບທີ່ເສຍອົງຄະຈໍານວນ 7 ສະຫາຍ, ໃນຕອນແລງຂອງວັນທີ 4 ພະຈິກ 2020, ທີ່ຫ້ອງປະຊຸມຫ້ອງການເມືອງ ປກສ ແຂວງ; ກ່າວມອບໂດຍ ພັທ ບຸນຮັກ ເຍີມມະລີ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການເມືອງ ປກສ ແຂວງ, ມີຫົວໜ້າຄະນະ ພະແນກນະໂຍບາຍປະກັນສັງຄົມ ແລະ ພະນັກງານທີ່ໄດ້ຮັບອຸດໜູນເສຍອົງຄະເຂົ້າຮ່ວມ.

ພັທ ບຸນແກ້ວ ອີນຕາວົງ ຫົວໜ້າພະແນກນະໂຍບາຍ-ປະກັນສັງຄົມ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງ ປກສ ສະບັບເລກທີ 760/ປກສ, ລົງວັນທີ 2 ເມສາ 2020 ວ່າດ້ວຍການອະນຸມັດໃຫ້ພະນັກງານ-ນັກຮົບຮັບອຸດໜູນເສຍອົງຄະປະຈໍາການ ແລະ ຂໍ້ຕົກລົງສະບັບເລກທີ 3018/ຮສສ, ລົງວັນທີ 31 ສິງຫາ 2020 ວ່າດ້ວຍການປະຕິບັດວຽກງານປະກັນສັງຄົມ ຢູ່ກະຊວງ ປກສ; ເພື່ອເປັນການປະຕິບັດຕາມນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ພະນັກງານ-ນັກຮົບ ແລະ ພະນັກງານເສຍອົງຄະໃນການປະຕິບັດໜ້າທີ່ໃນກໍາລັງປ້ອງກັນຄວາມສະຫງົບ, ພະນັກງານທີ່ໄດ້ຮັບເງິນອຸດໜູນເສຍອົງຄະທັງໝົດ 7 ສະຫາຍ; ໃນນັ້ນ, ມີປະເພດອຸດໜູນເສຍອົງຄະລາຍເດືອນ ຄື: ສະຫາຍ ບຸນສີ ວັນປີຈັນໄຊ; ສະຫາຍ ຄຳຍານ ສີສະຫວັນ; ສະຫາຍ ສີສະຫວາດ ລັດຕະນະວົງ; ສະຫາຍ ບຸນຈັນ ອິນທະຂັນ; ສະຫາຍ ທິດສະຫວັນ ວັນດີ, ເປັນເງິນ 17.377.092 ກີບ; ປະເພດອຸດໜູນເສຍອົງຄະເທື່ອດຽວ ມີ 2 ສະຫາຍ ຄື: ສະຫາຍ ສົມຫັວງ ໝັ້ນ ລໍວັນທາ, ສະຫາຍ ສິງທອງ ລິຍະສັກ ລວມເງິນ 11.768.832. ກີບ.

ໂອກາດດຽວກັນນັ້ນ, ພັທ ບຸນຮັກ ເຍີມມະລີ ໄດ້ກ່າວວ່າ: ການມອບເງິນອຸດໜູນເສຍອົງຄະໃນຄັ້ງນີ້, ເພື່ອເປັນການຕອບແທນເຖິງຄຸນງາມ ຄວາມດີຂອງພະນັກງານ-ນັກຮົບຜູ້ທີ່ໄດ້ປະສົບອຸບັດຕິເຫດໃນການປະຕິບັດໜ້າທີ່ ແລະ ໄດ້ປະກອບສ່ວນເຫື່ອແຮງ, ສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ຫວັງວ່າເງິນຈຳນວນດັ່ງກ່າວນີ້ຈະຊ່ວຍແກ້ໄຂຄວາມຈຳເປັນພາຍໃນຄອບຄົວ.