ກອງປະຊຸມຄົບຄະນະ ຄັ້ງທີ 2 ສະໄໝທີ VII ຂອງຄະນະບໍລິຫານງານພັກແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 6 ພະຈິກ 2020 ທີ່ສະໂມສອນຫ້ອງວ່າການ ແຂວງ; ໂດຍການເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ເຂົ້າຮ່ວມມີບັນດາສະຫາຍໃນຄະນະບໍລິຫານງານພັກສະໄໝທີ VII ແລະ ພະນັກງານວິຊາການຫ້ອງວ່າການ ເຂົ້າຮ່ວມ.

ສະຫາຍ ພົງສະຫວັນ ສິດທະວົງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ຄົ້ນຄວ້າປະກອບຄໍາຄິດ-ຄໍາເຫັນໃສ່ຮ່າງມະຕິຕົກລົງ ວ່າດ້ວຍພາລະບົດບາດ, ສິດ, ໜ້າທີ່ ແລະ ລະ ບອບແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານພັກແຂວງ ສະໄໝທີVVII 5 ປີ 2021-2025 ແລະ ແຜນການດໍາເນີນງານສໍາລັບປີ 2020-2021; ປະກອບຄໍາຄິດ-ຄໍາເຫັນຮ່າງຄໍາສັ່ງແນະນໍາຂອງຄະນະປະຈໍາພັກ ແຂວງວ່າດ້ວຍທິດຊີ້ນໍາໃນການຜັນຂະຫຍາຍມະຕິ VII ຂອງອົງຄະນະພັກແຂວງຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງບັນດາພະແນກການ, ອົງການ, ກົມກອງ ແລະ ບັນດາເມືອງໃຫ້ໄປລວງດຽວກັນ ພ້ອມທັງຊີ້ນໍາ-ນໍາພາຈັດຕັ້ງປະຕິບັດໃຫ້ເກີດໜາກເກີດຜົນຕົວຈິງ; ຈາກນັ້ນ, ສະຫາຍ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ກໍໄດ້ຂຶ້ນຜ່ານຮ່າງມະຕິຕົກລົງວ່າດ້ວຍພາລະບົດບາດ, ສິດ, ໜ້າທີ່ ແລະ ລະບອບແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານພັກແຂວງ.

ກອງປະຊຸມໄດ້ຮັບຟັງຮ່າງໂຄງການດໍາ ເນີນງານຂອງຄະນະບໍລິຫານງານພັກແຂວງ 5 ປີ 2021-2025 ຄະນະບໍລິຫານງານພັກແຂວງສະໄໝທີ VII ຈະຕ້ອງໄດ້ສຸມໃສ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດບັນດາເນື້ອໃນວຽກງານຕົ້ນຕໍ ເຊັ່ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແມ່ນເຮັດໃຫ້ແຂວງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ; ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ, ສຸມໃສ່ເຮັດໃຫ້ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນ ສະເລ່ຍ 7% ຕໍ່ປີ, ລວມຍອດຜະລິດຕະພັນຮອດປີ 2025 ໃຫ້ບັນລຸ 15.185 ຕື້ກີບ, ສະເລ່ຍໃສ່ຫົວຄົນໃຫ້ໄດ້ 3.800 ໂດລາສະຫະລັດ, ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ໂດຍພື້ນຖານດ້ວຍມາດຕະການສົ່ງເສີມການຜະລິດເປັນສິນຄ້າ ແລະ ການພັດທະນາພື້ນຖານໂຄງລ່າງຢູ່ຊົນນະບົດ; ເພີ່ມທະວີນໍາພາພັດທະນາວຽກງານວັດທະນະທໍາ-ສັງຄົມ ໂດຍຖືເອົາການສ້າງຊັບພະຍາກອນມະນຸດ, ຂະຫຍາຍໂອກາດການເຂົ້າຮຽນ, ປັບປຸງ ຄຸນນະພາບການສຶກສາ ແລະ ການບໍລິການດ້ານສາທາລະນະສຸກໃຫ້ທົ່ວເຖິງທ້ອງຖິ່ນຮາກຖານ.