ພະແນກ 300 ຫ້ອງຕຳຫຼວດ ປກສ ແຂວງອຸດົມໄຊ ຕິດຕາມກັກຕົວ ທ້າວ ສອນໄຊ ຫຼື ອຶງ ອາຍຸ 27 ປີ ຢູ່ບ້ານດອນແກ້ວ ເມືອງໄຊ ແຂວງອຸດົມໄຊ ທີ່ລັກລອບນຳເອົາຢາເສບຕິດປະເພດຢາບ້າ ແລະ ເຮໂຣອິນ ໄປໃຫ້ຜູ້ຖືກຫາໃນຄ້າຍຄຸມຂັງ-ດັດສ້າງ ແຂວງອຸດົມໄຊ ຜູ້ກ່ຽວຮັບສາລະພາບວ່າເຮັດມາແລ້ວ 2 ຄັ້ງ.

ເຈົ້າໜ້າທີ່ ປກສ ພະແນກ 300 ຫ້ອງຕຳຫຼວດ ປກສ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ກ່ອນໜ້ານີ້, ເຈົ້າໜ້າທີ່ກວດອາຫານ ທີ່ຍາດພີ່ນ້ອງຂອງຜູ້ຖືກຫາ ນຳມາສົ່ງໃຫ້ຜູ້ຖືກຫາຢູ່ໃນຄ້າຍຄຸມຂັງ-ດັດສ້າງໄດ້ພົບເຫັນການລັກລອບຊຸກເຊື່ອງຢາເສບຕິດໄວ້ຢູ່ໃນອາຫານ 2 ຄັ້ງ ມີປະເພດຢາບ້າ ຈໍານວນ 89 ເມັດ ແລະ ເຮໂຣອິນ 2 ກ້ອນນ້ອຍ. ເຈົ້າໜ້າທີ່ ຈຶ່ງຢຶດຢາເສບຕິດດັ່ງກ່າວໄວ້ ແລະ ໄດ້ແຕ່ງກຳລັງວິຊາສະເພາະລົງເກັບກຳຂໍ້ມູນຕ່າງໆ ແລະ ສືບຫາເປົ້າໝາຍທີ່ກະທຳຜິດ; ພາຍຫຼັງສືບຮູ້ ແລະ ຄັດຈ້ອນເປົ້າໝາຍລະອຽດແລ້ວ ຈຶ່ງເຂົ້າກັກຕົວເປົ້າໝາຍຖືກສົງໄສ ຄື: ທ້າວ ສອນໄຊ ມາສອບສວນ.

ຜ່ານການສອບສວນ ທ້າວ ສອນໄຊ ສາລະພາບວ່າ ເປັນຜູ້ນໍາສົ່ງຢາບ້າໃຫ້ກັບພັກພວກໃນຄ້າຍຄຸມຂັງແທ້. ໃນໄລຍະຜ່ານມາ, ເຄີຍລັກສົ່ງ 2 ຄັ້ງ. ປັດຈຸບັນ, ຄະດີດັ່ງກ່າວ ຍັງຢູ່ໃນຂັ້ນຕອນການສອບສວນຂະຫຍາຍຜົນຫາທີ່ມາ ແລະ ລາຍລະອຽດຕ່າງໆ ພ້ອມດຳເນີນຄະດີກັບ ທ້າວ ສອນໄຊ ຕາມກົດໝາຍ.