ທ້າວ ຖ່າຍຊົງ ອາຍຸ 27 ປີ ຢູ່ບ້ານນາກາງ ເມືອງຊະນະຄາມ ແຂວງວຽງຈັນ ຖືກເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງຊະນະຄາມ ຈັບຕົວໄດ້ຢູ່ເຂດບ້ານນໍ້າກວນ ເມືອງຊະນະຄາມ ພ້ອມຂອງກາງຢາບ້າ 808 ເມັດ ໃນວັນທີ 24 ກັນຍາທີ່ຜ່ານມາ.

ພາຍຫຼັງຖືກຈັບຕົວ, ເຈົ້າໜ້າທີ່ ໄດ້ນຳຕົວ ທ້າວ ຖ່າຍຊົງ ໄປສືບສວນ, ເຊິ່ງຜູ້ກ່ຽວຮັບສາລະພາບວ່າ: ຢາບ້າຈໍານວນ 4 ຖົງນ້ອຍ ເທົ່າກັບ 808 ເມັດ ແມ່ນຂອງຜູ້ກຽວແທ້ ທີ່ໄດ້ສັ່ງຊື້ນໍາພັກພວກທີ່ຮ່ວມຂະບວນການນໍາກັນ, ໂດຍນັດຊື້ກັນຢູ່ເຂດທົ່ງນາບ້ານນາມອຍ ເມືອງຊະນະຄາມ. ເມື່ອໄດ້ຢາບ້າແລ້ວ ກຳລັງຈະນຳໄປຂາຍຕໍ່ໃຫ້ກັບພັກພວກທີ່ມົ້ວສຸມຢາເສບຕິດ. ແຕ່ຖືກເຈົ້າໜ້າທີ່ຈັບຕົວກ່ອນ.

ນອກນີ້, ເຈົ້າໜ້າທີ່ຕໍາຫຼວດຍັງໃຫ້ ຮູ້ອີກວ່າ: ທ້າວ ຖ່າຍຊົງ ເປັນເປົ້າໝາຍເຄື່ອນໄຫວຊື້-ຂາຍຢາເສບຕິດມາໄດ້ໄລຍະໜຶ່ງແລ້ວ. ຄັ້ງນີ້ແມ່ນໄດ້ສືບຮູ້ວ່າ ຜູ້ກ່ຽວໄປຊື້ຢາບ້ານຳພັກພວກມາໄວ້ຂາຍ ໂດຍຜ່ານທາງເຂດບ້ານນໍ້າກວນ ເຈົ້າໜ້າທີ່ຈຶ່ງນຳກຳລັງເຂົ້າຈັບກຸມ ຈຶ່ງສາມາດກັກ ຕົວມາດຳເນີນຄະດີໄດ້. ປັດຈຸບັນ, ແມ່ນກໍາລັງດໍາເນີນການສອບສວນຂະຫຍາຍຜົນຫາກຸ່ມແກ້ງ, ເຄືອຂ່າຍ, ຜູ້ຮ່ວມຂະບວນການ ແລະ ຕິດຕາມກັກຕົວມາດຳເນີນຄະດີໃຫ້ໝົດ.