ວິທະຍາຄານຕໍາຫຼວດປະຊາຊົນ ມອບໃບປະກາສະນີຍະບັດໃຫ້ນັກສືກສາ3 ຮຸ່ນ

0
2009

ໃນວັນທີ 11 ພະຈິກ 2020, ວິທະຍາຄານຕໍາຫຼວດປະຊາຊົນ ( ວຕປ ) ກະຊວງ ປກສ ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດໃຫ້ນັກສືກສາປະລິນຍາໂທ ຮຸ່ນທີ XI, ປະລິນາຍາຕີກໍ່ສ້າງ ຮຸ່ນທີ XXI ແລະ ປະລິນຍາຕີພາສາອັງກິດ ຮຸ່ນທີ II , ມອບໂດຍ ພົຈວ ປອ ວົງເຊໂດນ ພັນທະແກ້ວ ຫົວໜ້າອໍານວຍການ ວຕປ, ມີ ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ປກສ, ພ້ອມດ້ວຍຮອງອໍານວຍການ, ຕ່າງໜ້າບັນດາກົມໃຫຍ່, ຄູ-ອາຈານ, ພາກສ່ວນທີ່ກ່ຽວຂ້ອງ ແລະນັກສືກສາເຂົ້າຮ່ວມ.

ພັທ ປອ ຄໍາຕັນ ບຸນທອນອຸໄທ ຫົວໜ້າຫ້ອງການ ວຕປ ກ່າວວ່າ: ໂຄງການຫຼັກສູດການຮຽນ-ການສອນ ຂອງນັກສຶກສາ ທັງ 3 ຮຸ່ນ ແມ່ນໄດ້ປະຕິບັດຕາມໂຄງການຫຼັກສູດຢ່າງຖືກຕ້ອງຕາມຂັ້ນຕອນ, ລະບຽບຫຼັກການທີ່ກະຊວງສຶກສາທິການ ແລະ ກິລາວາງອອກຢ່າງເຂັ້ມງວດ ຄື: ຊຸດຮຽນປະລິນຍາໂທ ຮຸ່ນທີ XI ໃຊ້ເວລາຮຽນ 2 ປີ ເຊິ່ງໄດ້ເປີດຮຽນໃນວັນທີ 5 ກັນຍາ 2018 ມີນັກສືກສາ 34 ສະຫາຍ. ໃນນີ້, ມາ ຈາກກະຊວງປ້ອງກັນປະເທດ1ສະຫາຍ, ລວມມີ 23 ວິຊາຮຽນ,ມີ 120 ໜ່ວຍກິດ, ຜ່ານການປ້ອງກັນບົດຈົບຊັ້ນນັກສາ ແມ່ນໄດ້ຄະແນນ ເກດ A 100%.

ລະບົບປະລິນຍາຕີກໍ່ສ້າງ ຮຸ່ນທີ XXI ມີນັກສືກສາ 197 ສະຫາຍ ຍິງ 35 ສະຫາຍ.ໃນນີ້, ມາຈາກກະຊວງປ້ອງກັນປະເທດ 2 ສະຫາຍ, ໃຊ້ເວລາຮຽນ 4 ປີ, ມີ 132 ໜ່ວຍກິດ ແບ່ງອອກເປັນ 6 ຂະແໜງ ຄື: ສືບຂ່າວອາຍາ, ປ້ອງກັນເສດຖະກິດ, ປ້ອງກັນສະກັດກັ້ນຢາເສບຕິດ, ຈະລາຈອນ, ສືບສວນ-ສອບສວນອາຍາ ແລະ ຄຸມຂັງ-ດັດສ້າງ. ລະບົບປະລິນຍາຕີພາສາອັງກິດ ຮຸ່ນທີ II ມີ 30 ສະຫາຍ ຍິງ 9 ສະຫາຍ,ໃຊ້ເວລາຮຽນ 5 ປີ, ມີ 180 ໜ່ວຍກິດ ແລະ ໄດ້ເສັງຈົບຊັ້ນ ມີ 4 ວິຊາ ຄື: ວິຊາຕໍາຫຼວດ, ວິຊາຂຽນ, ວິຊາອ່ານ, ວິຊາຟັງສຽງ ໄດ້ຄະແນນສູງ ສຸດ 9 ແລະ ຄະແນນຕໍ່າສຸດ 8.

ໃນພິທີ, ພົຕ ວັນທອງ ກອງມະນີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ສໍາເລັດການສືກສາຄັ້ງນີ້,ເຊິ່ງໄດ້ ສະແດງເຖິງຜົນງານ ແລະໄຊຊະນະອັນໃຫຍ່ຫຼວງບາດກ້າວໜຶ່ງທີ່ບັນດາສະຫາຍໄດ້ຕັດສິນໃຈ ເພື່ອສຶກສາຮໍ່າຮຽນ.ດັ່ງນັ້ນ, ບັນດາສະຫາຍ ຈົ່ງຕັ້ງໜ້ານໍາເອົາບົດຮຽນທີ່ຕົນເອງໄດ້ສືກສາຮໍ່າຮຽນມາ ນຳໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຂອງຕົນຢ່າງຈິງຈັງ ແລະຈິງໃຈ ເພື່ອຮັບໃຊ້ໜ້າທີ່ການເມືອງ,ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ,ມີຄວາມຍຸຕິທໍາ,ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບກົດໝາຍ.

ໃນໂອກາດນີ້, ຍັງໄດ້ປະກາດເລື່ອນຊັ້ນ, ປະດັບຊັ້ນ ແລະ ຍ້ອງຍໍຂັ້ນຕ່າງໆໃຫ້ນັກສືກສາທີ່ສໍາເລັດການສືກສາ ທີ່ຄົບມາດຖານເງື່ອນໄຂ ແລະ ມີພຜົນງານດີເດັ່ນ.ໃນນີ້,ເລື່ອນຊັ້ນ ຮ້ອຍເອກ ຂຶ້ນພັນຕີ 2 ສະຫາຍ,ຮ້ອຍໂທ ຂຶ້ນຮ້ອຍເອກ1 ສະຫາຍ, ປະດັບຊັ້ນ ຮ້ອຍໂທ 165 ສະຫາຍ, ຍ້ອງຍໍຊັ້ນກະຊວງ ປກສ 6 ສະຫາຍ, ຍ້ອງຍໍຂັ້ນກົມໃຫຍ່ການເມືອງ ປກສ ຈຳນວນ 99 ສະຫາຍ ຍິງ 20 ສະຫາຍ ແລະ ຍ້ອງຍໍຂັ້ນ ວຕປ 123 ສະຫາຍ ຍິງ 21 ສະຫາຍ.