ທັບນັກກິລາບານເຕະ ປກສ ຕັ້ງເປົ້າເຂົ້າຮອບຊິງຂັນຮອງປະທານປະເທດ

0
729

ໃນວັນທີ 10 ພະຈິກ ນີ້, ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ລົງຊີ້ນໍາວຽກງານການຝຶກຊ້ອມໃຫ້ນັກກິລາບານເຕະ ກະຊວງ ປກສ ທີ່ຈະເຂົ້າແຂ່ງຂັນບານເຕະຊິງຂັນຮອງປະທານປະເທດ, ເພື່ອເປັນການປຸກລະ ດົມແນວຄວາມຄິດໃຫ້ຄູຝຶກ ແລະ ນັກກິລາມີຄວາມພ້ອມໃນການລົງແຂ່ງຂັນກິລາບານເຕະຊິງຂັນ ທີ່ຈະຈັດຂຶ້ນໃນວັນທີ12 ພະຈິກນີ້, ເພື່ອ ຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ວັນສ້າງຕ້ອງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ແລະ ວັນສໍາຄັນຕ່າງໆຂອງພັກ-ຂອງຊາດ.

ສໍາລັບນັກກິລາທີ່ຈະລົງແຂ່ງຂັນໃນຄັ້ງນີ້, ຕົວນັກກິລາ ແມ່ນຄັດເລືອກມາຈາກ ຊາວໜຸ່ມອອ້ມຂ້າງ ກົມໃຫຍ່ການເມືອງ ປກສ, ພາຍຫຼັງຄັດ ເລືອກຕົວນັກກິລາໄດ້ແລ້ວ ກໍໄດ້ມີການຝືກຊ້ອມແຕ່ກາງເດືອນ ຕຸລາ 2020 ເປັນຕົ້ນມາ, ຜ່ານການຝືກຊ້ອມຢ່າງໜັກ ເຫັນວ່າທັບນັກກິ ລາ ມີຄວາມຫ້າວຫັນໃນການຝຶກຊ້ອມ ແລະ ນັກກິລາໃນຊຸດນີ້ ຫຼິ້ນບານເຂົ້າກັນຢ່າງກົມກຽວ ລະຫວ່າງກອງໜ້າ, ກອງກາງ, ກອງຫຼັງໄດ້ເປັນຢ່າງດີ, ມາຮອດປັດຈຸບັນ ແມ່ນມີຄວາມພ້ອມ100% ໃນການລົງສະໜາມແຂ່ງຂັນ.

ຜ່ານມາ, ກໍໄດ້ຊ້ອມທີມກັບນັກກິລາບັນດາກະຊວງ ທີ່ເຂົ້າຮ່ວມແຂ່ງຂັນທັງໝົດ 7 ນັດ ທັບນັກກິລາຊາວໝຸ່ມ ກະຊວງ ປກສ ເຫັນວ່າຊະນະທຸກຄັ້ງ, ເຊິ່ງການແຂ່ງຂັນຄັ້ງນີ້ ຕັ້ງເປົ້າໄວ້ເຂົ້າຮອບຊິງຊະນະເລີດ.

ພາບ-ຂ່າວ: ລັດດາວັນ