ຫົວໜ້າກອງບັນຊາການແຂວງ ເຄື່ອນໄຫວຕິດຕາມຊຸກຍູ້ວຽກງານຢູ່ເມືອງຫຼວງນ້ຳທາ

0
720

ວັນທີ 10 ພະຈິກ ຜ່ານມາ, ຄະນະກໍາມະການຕ້ານການຄ້າມະນຸດ ແຂວງຫຼວງນໍ້າທາ ໄດ້ສືບຕໍ່ລົງຊຸກຍູ້ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຕ້ານການຄ້າມະນຸດ ຢູ່ເມືອງຫຼວງນ້ຳທາ,ນໍາພາໂດຍ ພົຈວ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ, ຮອງປະທານຄະນະກຳມະການຕ້ານການຄ້າມະນຸດ ແຂວງຫຼວງນ້ຳທາ, ໂດຍມີ ທ່ານ ຄຳຫຼ້າ ແຫຼ່ງໄຊຍະທຳ ປະທານຄະນະກຳມະການຕ້ານການຄ້າມະນຸດ ເມືອງຫຼວງນ້ຳທາ, ພ້ອມດ້ວຍຄະນະ ແລະ ພະນັກງານພະແນກຕຳຫຼວດ ປກສ ເມືອງຫຼວງນ້ຳທາເຂົ້າຮ່ວມ.

ພັທ ເປິງແກ້ວ ແສນທຳມະຂັນ ຫົວໜ້າກອງບັນຊາການ ປກສ ເມືອງ,ຮອງປະທານຄະນະຕ້ານການຄ້າມະນຸດເມືອງຫຼວງນ້ຳທາ ໄດ້ຜ່ານບົດສະຫຼຸບວຽກງານຕ້ານການຄ້າມະນຸດ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຜ່ານມາ, ພະແນກຕຳຫຼວດ ປກສ ເມືອງ ໄດ້ເອົາໃຈໃສສຶກສາອົບຮົມການເມືອງແນວຄິດ,ນຳເອົາບັນດານິຕິກຳຕ່າງໆ ທີ່ກ່ຽວ ຂ້ອງກັບການຄ້າມະນຸດມາເຊື່ອມຊຶມໃຫ້ພະນັກງານວິຊາສະເພາະເຂົ້າໃຈ ແລະ ສາມາດນຳໃຊ້ກົດໝາຍ ສະບັບເລກທີ 73/ສພຊ, ລົງວັນທີ 17 ທັນວາ 2015 ວ່າດ້ວຍການຕ້ານການຄ້າມະນຸດ ຢ່າງຖືກຕ້ອງສອດຄອງ.ໃນ 6 ເດືອນຜ່ານມາ, ເມືອງຫຼວງນ້ຳທາ ມີຄະດີທຳມິດສະຈານ 4 ເລື່ອງ,ຜູ້ຖືກຫາ 8 ຄົນ,ຍິງ 4 ຄົນ,ຄະດີທໍາສຳເລົາເດັກ1ເລື່ອງ,ຜູ້ຖືກຫາ1ຄົນ.ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄຳຄິດ,ຄຳເຫັນ ພ້ອມທັງແລກປ່ຽນບົດຮຽນໃນການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຕ້ານການຄ້າມະນຸດຢູ່ຂັ້ນແຂວງຢ່າງກົງໄປກົງມາ.

ໃນໂອກາດນີ້,ພົຈວ ສົມໄຊ ຈັນທະວົງ ໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ແນະນຳເພີ່ມເຕີມບາງບັນຫາ ໂດຍໃຫ້ຖືເອົາວຽກງານປ້ອງກັນສະກັດກັ້ນແລະຕ້ານການຄ້າມະນຸດ ເປັນພັນທະແລະໜ້າທີ່ ຂອງຄະນະພັກຄະນະນໍາທຸກຂັ້ນ,ທຸກພາກສ່ວນ; ເພີ່ມທະວີການໂຄສະນາ ແລະ ສືກສາອົບຮົມຢ່າງກ້ວາງຂວາງດ້ວຍຫຼາຍຮູບ,ຫຼາຍວິທີ; ເອົາໃຈໃສ່ເຄື່ອນໄຫວຢ່າງຕັ້ງໜ້າໃນການປົກປ້ອງ  ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ; ສືບຕໍ່ຂຶ້ນບັນຊີເປົ້າໝາຍບຸກຄົນ,ນິຕິບຸກຄົນ,ສະຖານທີພື້ນທີ່ທົ່ວເມືອງ;ສືບຕໍ່ດໍາເນີນຄະດີທີ່ຄົງຄ້າງ ຫຼື ຂໍ້ ມູນທີ່ຕິດພັນກັບຄະດີໃຫ້ສໍາເລັດ ພ້ອມຮັບປະກັນໄດ້3 ຄາດໝາຍ;ປະສານພາກສ່ວນກ່ຽວຂ້ອງໃນການຄົ້ນຄ້ວາປະຊຸມຮ່ວມຄະດີທີ່ມີຄວາມຫຍຸ້ງຍາກໃຫ້ມີຄວາມເປັນເອກະພາບ ແລະຮັບປະກັນໄດ້ຄວາມຍຸຕິທໍາຕໍ່ສັງຄົມ ເພື່ອຮັບປະກັນເຮັດໃຫ້ວຽກງານຕ້ານການຄ້າມະນຸດ ໄດ້ຮັບ ການຈັດຕັ້ງປະຕິບັດຢ່າງເປັນປົກ ກະຕິແລະຕໍ່ເນື່ອງ.