ປກສ ເມືອງນາຊາຍທອງ ສະຫຼຸບບັ້ນກໍ່ສ້າງຮາກຖານຢູ່ບ້ານສົງເປືອຍ

0
1197

ກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ສະຫຼຸບບັ້ນສືບຕໍ່ວຽກງານກໍ່ ສ້າງຮາກຖານການເມືອງ ຕິດພັນກັບການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຢູ່ບ້ານສົງເປືອຍ ນັບແຕ່ວັນທີ 15 ຕຸລາ-10 ພະຈິກ 2020, ໂດຍການເປັນປະທານຂອງ ພັທ ລໍາພອນ ສີສົມບັດ ຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ,ມີ ພັທ ເສີມໃສ ປິຍະວົງ ຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວແລະ ກໍ່ສ້າງຮາກຖານ ປກສ ນະຄອນຫຼວງວຽງຈັນ, ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ພັທ ພອນໄຊ ຫວ່າງຈັນດາ ຮອງຫ້ອງການ ປກສ ເມືອງນາຊາຍທອງ ກ່າວວ່າ:

ບ້ານສົງເປືອຍ ແມ່ນໜຶ່ງໃນ 54 ບ້ານ ທີ່ຂຶ້ນກັບ ເມືອງນາຊາຍທອງ, ມີ 18 ໜ່ວຍ ມີ 257 ຫຼັງຄາເຮືອນ​ ມີ 243 ຄອບຄົວ,​ ມີພົນລະເມືອງ 1,291 ຄົຍ ຍິງ 640 ຄົນ, ຜ່ານການເກັບກໍາສະຖິຕິໃນບາດ ກ້າວທີ 1. ຍັງພົບເຫັນຄົນທີ່ຍັງບໍ່ທັນໄດ້ຂຶ້ນສໍາມະໂນຄົວ ມີທັງໝົດ 255 ຄົນ ຍິງ 116 ຄົນ, ມີ 13 ຄອບຄົວ, ມີ 57 ຄົນ ຍິງ 23 ຄົນ; ປັດຈຸບັນພາຍໃນບ້ານ ໄດ້ຂຶ້ນສໍາມະໂນຄົວແລ້ວ 230 ຄອບຄົວ ມີ 1.036 ຄົນ ຍິງ 542 ຄົນ ແລະ ໄດ້ແກ້ໄຂຂຶ້ນທະບຽນສຳມະໂນຄົວໃໝ່ໃນຊຸດນີ້ ໄດ້ທັງໝົດ 169 ຄົນ, ຍິງ 58 ຄົນ, ແກ້ເປັນຄອບຄົວໄດ້ 6 ຄອບຄົວ, ມີຈຳນວນພົນ 19 ຄົນ, ອາຍຸ 15 ປີຂຶ້ນໄປ ມີ 16 ຄົນ, ປ່ຽນປຶ້ມຈາກແບບເກົ່າມາເປັນແບບໃໝ່ໄດ້ 104 ຫົວ, ສໍາລັບການແກ້ໄຂສໍາມະໂນຄົວຢູ່ບ້ານສົງເປືອຍໃນຄັ້ງນີ້ ແມ່ນບໍ່ທັນແກ້ໄຂໄດ້ 7 ຄອບຄົວ ມີ 84 ຄົນ ຍິງ 20 ຄົນ.

ທິດທາງແຜນການໃນຕໍ່ໜ້າ ແມ່ນຈະສືບຕໍ່ສຸມໃສ່ວຽກງານການລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບ ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ໄປຄວບຄູ່ກັບການປະເມີນບ້ານປ້ອງກັນຄວາມສະຫງົບດີ ຢູ່ພາຍໃນ 54 ບ້ານຂອງເມືອງນາຊາຍທອງ ນະຄອນຫຼວງວຽງຈັນໂດຍ ສຸມໃສ່ເເກ້ໄຂວຽກງານຄຸ້ມຄອງສຳມະໂນຄົວທີ່ຍັງຄ້າງໃຫ້ສໍາເລັດ, ສືບຕໍ່ກວດກາ ສະຫຼຸບຂຶ້ນບັນຊີຜູ້ທີ່ຍັງບໍ່ທັນໄດ້ຂຶ້ນທະບຽນສຳມະໂນຄົວ ສົ່ງໃຫ້ ກອງບັນຊາການ ປກສ ເມືອງ ຄົ້ນຄວ້າແກ້ໄຂຕາມລະບຽບຫຼັກການ.

ພາບ-ຂ່າວ: ສົມສະໄຫວ