ໃນຕົ້ນເດືອນພະຈິກນີ້, ແຂວງໄຊຍະບູລີ ໄດ້ຈັດພິທີປະກາດການຈັດຕັ້ງ ພ້ອມມອບ-ຮັບໜ້າທີ່ຮອງເຈົ້າແຂວງ, ຫົວໜ້າຄະນະຈັດຕັ້ງ ແຂວງ, ຫົວໜ້າພະແນກການເງິນແຂວງລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່, ເປັນກຽດເຂົ້າຮ່ວມໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ມີບັນດາການນໍາຂອງແຂວງ ແລະ ພະນັກງານຫຼັກແຫຼ່ງອ້ອມ ຂ້າງແຂວງເຂົ້າຮ່ວມ.

ໃນພິທີ, ທ່ານ ຈັນເພັງ ແສນຄໍາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ເຊັ່ນ: ຂໍ້ຕົກລົງວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່, ວ່າດ້ວຍການແຕ່ງ ຕັ້ງຮອງເຈົ້າແຂວງໄຊຍະບູລີ, ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກການເງິນ ແລະ ມະຕິຂອງຄະນະປະຈໍາພັກແຂວງ ວ່າດ້ວຍການແຕ່ງຕັ້ງຫົວໜ້າຄະນະຈັດ ຕັ້ງແຂວງ; ໃນນີ້, ເຈົ້າແຂວງໄຊຍະບູລີ ໄດ້ຕົກລົງໂຍກຍ້າຍ ທ່ານ ສົມຈິດ ຈັນທະວົງ ກໍາມະການປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງປາກລາຍ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການແຂວງ, ພ້ອມທັງແຕ່ງຕັ້ງໃຫ້ເປັນຮອງເຈົ້າແຂວງ.

ແຕ່ງຕັ້ງ ທ່ານ ເພັດພິໄຊ ສູນວິໄລ ກໍາມະການປະຈໍາພັກແຂວງ ເປັນຮອງເຈົ້າແຂວງ, ໂຍກຍ້າຍ ທ່ານ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ ຫົວໜ້າພະແນກການເງິນແຂວງ ໄປຮັບໜ້າທີ່ໃໝ່ຢູ່ຄະນະຈັດຕັ້ງແຂວງ ພ້ອມທັງແຕ່ງຕັ້ງເປັນຫົວໜ້າຄະນະຈັດຕັ້ງແຂວງ; ໂຍກຍ້າຍ ທ່ານ ວັນດາວ ແວດທະນັດສີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງບໍ່ແຕນ ໄປຮັບໜ້າທີ່ໃໝ່ຢູ່ພະແນກການເງິນແຂວງ ພ້ອມທັງແຕ່ງຕັ້ງເປັນຫົວໜ້າພະແນກການເງິນແຂວງ; ຈາກນັ້ນ, ໃນກອງປະຊຸມ ໄດ້ມອບ-ຮັບໜ້າທີ່ຮອງເຈົ້າເຈົ້າແຂວງ ແລະ ບັນດາຫົວໜ້າພະແນກທີ່ຖືກແຕ່ງຕັ້ງໃໝ່.

ໂອກາດດັ່ງກ່າວ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ໃຫ້ກຽດໂອ້ລົມ ພ້ອມທັງໄດ້ເນັ້ນໜັກໃຫ້ຜູ້ທີ່ຖືກແຕ່ງຕັ້ງຈົ່ງເປັນເຈົ້າການນໍາພາປະຕິບັດບັນດາແນວທາງນະໂຍບາຍລະບຽບຂອງພັກ, ກົດໝາຍຂອງລັດ, ຮໍ່າຮຽນນໍາມະຫາຊົນ, ລົງເລິກໃກ້ຊິດຕິດແທດ ແລະ ນໍາພາເຮັດວຽກຕົວຈິງ; ເພີ່ມທະວີຄວາມຮັບຜິດຊອບ, ຄວາມເປັນແບບຢ່າງ, ປັບປຸງແບບແຜນນໍາພາ, ແບບແຜນວິທີເຮັດວຽກ, ຕ້ອງເຊີດຊູຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບທາງການເມືອງໃຫ້ສູງຂຶ້ນ, ທຸ້ມເທເຫື່ອແຮງ, ສຸມສະຕິປັນຍາ, ຄວາມຮູ້, ຄວາມສາມາດ , ເພື່ອເຮັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ, ມີທັດສະນະມະຫາຊົນຢ່າງແທ້ຈິງ ໂດຍເລີ່ມຈາກຄວາມຮຽກຮ້ອງຕ້ອງການ ແລະ ຜົນປະໂຫຍດລວມຂອງມະຫາຊົນ, ນໍາພາມະຫາຊົນ ແລະ ປະຊາຊົນບັນດາເຜົ່າມີສ່ວນຮ່ວມໃນວຽກງານຕ່າງໆ; ສືບຕໍ່ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຕິດພັນກັບການສ້າງແຜນບໍາລຸງສ້າງພະນັກງານນໍາພາ-ຄຸ້ມຄອງໃຫ້ເປັນລະບົບຕໍ່ເນື່ອງນັບແຕ່ຮາກຖານບ້ານຂຶ້ນມາ ໂດຍເລັ່ງໃສ່ສ້າງພະນັກງານໜຸ່ມນ້ອຍ, ເພດ ແລະ ເຜົ່າຜູ້ມີຄວາມຮູ້, ຄວາມສາມາດ ແລະ ຄຸນສົມບັດທີ່ດີ ເພື່ອສືບທອດປ່ຽນ.