ໃນວັນທີ 10 ພະຈິກ 2020, ຄະນະໂຄສະນາຊຸກຍູ້ປຸກລະດົມຂະບວນການຕ່າງໆ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງຄຳມ່ວນ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງເຊບັ້ງໄຟ; ໂດຍການເຂົ້າຮ່ວມເປັນປະທານຂອງ ພັທ ສຸວັດ ເທບສົມບັດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ທັງເປັນຄະນະໂຄສະນາຊຸກຍູ້ປຸກລະດົມຂະບວນການຕ່າງໆ ຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ 10 ຂອງອົງຄະນະພັກແຂວງຄຳມ່ວນ; ທ່ານ ທອງໄຊ ມັງໜໍ່ເມກ ເຈົ້າເມືອງໆເຊບັ້ງໄພ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ອຳນາດການປົກຄອງບ້ານ, ເລຂາຄະນະພັກຮາກຖານກຸ່ມບ້ານ ຕະຫຼອດພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄພມະນະ ໂກລິຍະວົງ ຮອງ ເຈົ້າເມືອງໆເຊບັ້ງໄຟ ໄດ້ຜ່ານບົດລາຍງານໃນການຈັດຕັ້ງປະຕິບັດວຽກງານຂະບວນການຂອງເມືອງໃນໄລຍະຜ່ານມາ ໃຫ້ຄະນະໂຄສະນາຊຸກຍູ້ປຸກລະດົມຂະບວນການໄດ້ຮັບຮູ້ໂດຍຫຍໍ້ວ່າ: ເມືອງເຊບັ້ງໄຟ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາສະມາຊິກພັກ, ພະນັກງານ-ລັດຖະກອນ ເພື່ອສ້າງຂະບວນການຕ່າງໆຢ່າງຮອບດ້ານ; ເພື່ອຕ້ອນຮັບກອງປະຊຸມໃຫຍ່ ເປັນຕົ້ນແມ່ນ: ລົງຊຸກຍູ້ຂະບວນການຜະລິດກະສິກໍາ, ຂະບວນການກໍ່ສ້າງ-ສ້ອມແປງຖະໜົນເລັ່ງໃສ່ການປະກອບສ່ວນໃນສັງຄົມຢ່າງເປັນເຈົ້າການ, ສ້າງຂະບວນ ການອະນາໄມ-ປະດັບປະດາຢູ່ຕາມສໍານັກງານ-ອົງການທົ່ວເມືອງ ເຊັ່ນ: ການຕິດທຸງທິວ, ທຸງຊາດ, ທຸງພັກ ພ້ອມກັບຕິດປ້າຍຄຳຂັວນ ເພື່ອຕ້ອນຮັບກອງ ປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ແລະ ບັນດາບ້ານທີ່ລຽ ຕາມເສັ້ນທາງເລກທີ 13 ໃຕ້ ໄດ້ສໍາເລັດ.

ກະກຽມທາງດ້ານເນື້ອໃນໃສ່ກອງປະຊຸມໃຫຍ່ ຄັ້ງທີ X ອົງຄະນະພັກແຂວງ ໂດຍສະເພາະການຈັດສໍາມະນາວິທະຍາສາດ 2 ຄັ້ງ ຢູ່ຂັ້ນເມືອງ; ພ້ອມນັ້ນ, ກໍໄດ້ສົ່ງບົດປະກອບຄໍາເຫັນຕໍ່ກອງປະຊຸມໃຫ່ຍ ຄັ້ງທີ X ຂອງອົງຄະນະພັກແຂວງ ເຊິ່ງເມືອງເຊບັ້ງໄຟໄດ້ຮັບຫົວຂໍ້ “ການພັດທະນາພື້ນຖານໂຄງລ່າງ ຕິດພັນກັບການຄ້ຳປະກັນສະບຽງອາຫານ ແລະ ຄ້ຳປະກັນເປັນສິນຄ້າສົ່ງໃຫ້ທາງດ້ານຄະນະຮັບຜິດຊອບອະນຸ ເນື້ອໃນຂັ້ນແຂວງ ສໍາເລັດຜົນງານການນໍາພາດ້ານວຽກງານ ປກຊ-ປກສ ແມ່ນ ໄດ້ຈັດຕັ້ງກໍາລັງ ປກຊ-ປກສ ແລະ ກໍາລັງກອງຫຼອນ; ເພື່ອຮັກສາຄວາມສະຫງົບສຸກບ້ານປ້ອງກັນເວນຍາມຕາມສໍານັກງານ, ອົງການ, ຂົວ, ຕາມເສັ້ນທາງເລກທີ 13 ໃຕ້, ສະຖານທີ່ສໍາຄັນ ແລະ ບັນ ດາບ້ານໃນທົ່ວເມືອງ ເພື່ອປ້ອງກັນປະກົດການຫຍໍ້ທໍ້ໃນສັງຄົມທີ່ອາດຈະເກີດ ຂຶ້ນໃນໄລຍະວັນສໍາຄັນຂອງຊາດ-ຂອງພັກ ແລະ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຄໍາມ່ວນ ທີ່ຈະໄດ້ຈັດຂຶ້ນໃນທ້າຍປີ 2020 ນີ້.

ພັທ ສຸວັດ ເທບສົມບັດ ໄດ້ເນັ້ນ ໜັກໃຫ້ທາງຄະນະການນຳເມືອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ສືບຕໍ່ເອົາໃຈໃສ່ຕໍ່ກັບວຽກ ງານໂຄສະນາຊຸກຍູ້ປຸກລະດົມຂະບວນການຕ່າງໆ ເພື່ອກະກຽມຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ 10 ຂອງອົງຄະນະພັກ ແຂວງຄຳມ່ວນ ແລະ ໃຫ້ທຸກພາກສ່ວນ ຈົ່ງພ້ອມກັນສືບຕໍ່ຈັດຕັ້ງປະຕິບັດຢ່າງແຂງແຮງ ແລະ ກວ້າງຂວາງ.